ຮອງລັດຖະມົນຕີກະຊວງປ້ອງກັນປະເທດຕ້ອນຮັບຄະນະຜູ້ແທນກຳມາທິການປ້ອງກັນຄວາມສະຫງົບສະພາຕໍ່າຍີ່ປຸ່ນ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຕ້ອນຮັບຄະນະຜູ້ແທນກຳມາທິການປ້ອງກັນຄວາມສະຫງົບສະພາຕໍ່າຍີ່ປຸ່ນ - ảnh 1
ພົນ​ໂທ ຫງວຽນ​ຈິ​ວິ້ງ ຕ້ອນຮັບຄະນະ​ຜູ້​ແທນ​ກຳມາ​ທິການ
​ປ້ອງ​ກັນ​ຄວາ​ມສະຫງົບ​ສະພາ​ຕໍ່າ​ຍີ່​ປຸ່ນ
(ພາບ: qdnd.vn)


(vovworld) –  ຕອນ​ບ່າຍ​ວັນ​ທີ 07/07, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ຫງວຽນ​ຈິ​ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ກຳມາ​ທິການ​ປ້ອງ​ກັນ​ຄວາ​ມສະຫງົບ​ສະພາ​ຕໍ່າ​ຍີ່​ປຸ່ນ ໂດຍ​ທ່ານ Eto Akinori, ສະມາຊິກ​ສະພາ​ຕໍ່າພັກ​ປະຊາທິປະ​ໄຕ​ເສລີພາບ, ປະທານ​​ກຳມາ​ທິການ​ປ້ອງ​ກັນ​ຄວາ​ມສະຫງົບ​ສະພາ​ຕໍ່າ​ຍີ່​ປຸ່ນ, ​ເປັນຫົວໜ້າ​ຄະນະພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກຳມາທິການ​ປ້ອງ​ກັນຊາດປ້ອງ​ກັນ​ຄວາມ​ສະຫງົບ​ສະພາ​ແຫ່ງ​ຊາດ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ​ທ່ານ Eto Akinori ຢືນຢັນ​ວ່າ ຍີ່ປຸ່ນ ຈະ​ໜູນ​ຊ່ວຍ​ສູນ​ຮັກສາ​ສັນຕິພາບ​ຂອງ​ຫວຽດນາມ ຜ່ານ​ການ​ບຳລຸງ​ສ້າງ, ພັດທະນາຊັບພະຍາກອນ​ມະນຸດ. ປະຈຸ​ບັນ, ຍີ່ປຸ່ນ​ພວມປັບປຸງ​ບັນດາ​ລະບຽບ​ການ​ດ້ານ​ກົດໝາຍ​ເພື່ອ​ສະໜອງ​ທຶນ ODA ​ໃຫ້​ລັດຖະບານ​ຫວຽດນາມ ຕໍ່​ກຳ​ປັ່ນ​ລາດ​ຕາ​ເວນ​ໃໝ່​ໃຫ້​ບັນດາ​ກຳລັງ​ປະຕິບັດ​ກົດໝາຍຂອງ​ຫວຽດນາມ. ທ່ານ Eto Akinori ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ, ​ເໝາະ​ສົມ​ກັບ​ການ​ການ​ພົວພັນ​ຮ່ວມ​ມື, ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ.

        ສ່ວນ​ພົນ​ໂທ ຫງວຽນ​ຈິ​ວິ້ງ ​ເນັ້ນ​ໜັກ​ວ່າ ປະຈຸ​ບັນ​ກາ​ນພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ພວມ​ພັດທະນາ​ຢ່າງ​ດີງາມ ຕາມ​ຈິດ​ໃຈ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ທີ່​ເລິກ​ເຊິ່ງ, ກວ້າງຂວາງ, 2 ຝ່າຍ​ຄວນ​ສືບ​ຕໍ່​ສົມທົບ​ກັນຜັນ​ຂະຫຍາຍ​ “ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການຮ່ວມ​ມື ​ແລະ ​ການແລກປ່ຽນ​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ” ທີ່​ໄດ້ລົງ​ນາມ​ເມື່ອ​ປີ 2011 ຢ່າງ​ມີ​ປະສິດທິ​ຜົນ. ພົນ​ໂທ ຫງວຽນ​ຈິ​ວິ້ງ ຂອບ​ໃຈ​ຍີ່ປຸ່ນ ທີ່​ມີ​ບົດ​ກ່າວ​ປາ​ໄສ​ສະ​ໜັບ​ສະ​ໜູນ​ຫວຽດນາມ, ຄັ​ດຄ​້ານຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຢ່າງ​ແຮງ; ພ້ອມ​ທັງ​ປາດ​ຖະໜາ​ວ່າ ຍີ່ປຸ່ນ​ ຈະສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ຕໍ່​ສູ້​ກັບ​ບັນດາ​ການ​ກະທຳ​ຜິດ​ພາດຂອງ​ຈີນ.

ຂ່າວ/ບົດ​ອື່ນ