ຮອງລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ເຂົ້າຢ້ຽມຂຳ່ນັບ ລັດຖະມົນຕີປ້ອງກັນປະເທດຈີນ

ຮອງລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ເຂົ້າຢ້ຽມຂຳ່ນັບ ລັດຖະມົນຕີປ້ອງກັນປະເທດຈີນ - ảnh 1

ຮອງລັດຖະມົນຕີປ້ອງ​ກັນ​ປະ​ເທດ ຫວຽດນາມ ​ເຂົ້າ​ຢ້ຽມ​ຂຳ່ນັບ​ລັດຖະມົນຕີປ້ອງ​ກັນ​ປະ​ເທດ​ຈີນ

(ພາບ: giaoduc.net.vn)

(vovworld) - ​ເນື່ອງ​ໃນ​ໂອກາດ​ນຳ​ໜ້າ​ຄະນະ​ຜູ້​ແທນຂັ້ນສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄປ​ຍັງ ປັກ​ກິ​ງ, ​ເຂົ້າ​ຮ່ວມ​ການ​​ສົນທະນາ​ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ ຫວຽດນາມ - ຈີນ ຄັ້ງ​ທີ 4, ຕອນ​ເຊົ້າ​ວັນ​ທີ 6/6, ທ່ານ​ພົນ​​ໂທ  ຫງວຽນ​ຈີ໋ຫວີ້​ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ຈີນ. ທີ່​ການ​ຕ້ອນຮັບ, ທ່ານ​ພົນ​ໂທ ຫງວຽນ​ຈີ໋ຫວີ້​ງ ​ໄດ້​ແຈ້ງ​ກັບ​ທ່ານ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ ຈີນ ຈ້າງວານຈວຽນ ຊາບກ່ຽວກັບໝາກຜົນ​ຂອງ​ການ​​​ສົນທະນາ​ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ ຫວຽດນາມ - ຈີນ ຄັ້ງ​ທີ 4 ຖືກ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 5/6. ທ່ານ​ພົນ​ໂທ ຫງວຽນ​ຈີ໋ຫວີ້​ງ ຖື​ວ່າ: ບັນດາ​ໝາກຜົນ​ຂອງ​ການ​​ສົນທະນາ​ໄດ້​ຊ່ວຍ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ​ລະຫວ່າງ​ກອງທັບ 2 ປະ​ເທດ, ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ 2 ຝ່າຍ​ຜ່ານ​ຜ່າ​ການ​ທ້າ​ທາຍ, ສ້າງ​ພື້ນຖານ​ເພື່ອ​ກໍ່ສ້າງ ​ແລະ ​ປັບປຸງ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ຜົນ​ປະ​ໂຫຍດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ.

    ທ່ານ​ລັດຖະມົນຕີກະຊວງປ້ອງ​ກັນ​ປະ​ເທດ ຈີນ ຢືນຢັນ% ຝ່າຍ ຈີນ ຢືດໝັ້ນ​ຕາມ​ເສັ້ນທາງ​ພັດທະນາ​ສັນຕິພາບ, ຜ່ານ​ການ​ພັດທະນາ​ຂອງ​ຕົນ​ເພື່ອ​ສ້າງ​ກາລະ​ໂອກາດ​ພັດທະນາ​ໃຫ້​ແກ່​ບັນດາ​ປະ​ເທດ​ອ້ອມ​ຂ້າງ, ພ້ອມ​ທັງ​ຖື​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ອ້ອມ​ຂ້າງ, ​ໃນ​ນັ້ນ​ມີ ຫວຽດນາມ ​ແມ່ນ​ກາລະ​ໂອກາດ​ຂອງ ຈີນ. ຈີນ ປາດ​ຖະໜາ​ຢາກ​ຮັກສາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ກອງທັບ 2 ປະ​ເທດ, ພ້ອມ​ກັນ​ສ້າງ​ສະພາບ​ແວດ​ລ້ອມ​ມິດຕະພາບ​ເພື່ອ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ຢືດໝັ້ນ​ການ​ແກ້​ໄຂ​ບັນດາ​ບັນຫາ​ເຄັ່ງຮ້ອນ​ຢ່າງ​ເໝາະ​ສົມ, ບໍ່ມີການກະທຳກໍ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ