ພົນຕີ Vo Van Tuan, ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ
ພາບປະກອບ: internet
|
(vovworld) - ຕອນບ່າຍວັນທີ 25/9, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນຕີ Vo Van Tuan, ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຫົວຫນ້າກົມຮ່ວມມືສາກົນ ສັງກັດກະຊວງປ້ອງກັນປະເທດ ນິວເຊີແລນ Paul Sinclair. ນະທີ່ນີ້, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບໝາກຜົນການຮ່ວມມືສາກົນໃນຂົງເຂດປ້ອງກັນຊາດໃນໄລຍະຜ່ານມາ ແລະ ຢືນຢັນສາຍພົວພັນລະຫວ່າງ ຫວຽດນາມ ແລະ ຫົວຫນ້າກົມຮ່ວມມືສາກົນ ນິວເຊີແລນ ໄດ້ມີບາດກ້າວພັດທະນາຮອບດ້ານ. ໃນຂົງເຂດຮ່ວມມືດ້ານປ້ອງກັນຊາດ, ສອງປະເທດ ລ້ວນແຕ່ເປັນປະທານຮ່ວມບັນດາກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+), ວຽກງານແລກປ່ຽນຄະນະຜູ້ແທນ, ຮ່ວມມືບຳລຸງສ້າງພະນັກງານ ກໍມີບັນດາບາດກ້າວທີ່ຕັ້ງຫນ້າ, ມີປະສິດທິຜົນ. ສອງຝ່າຍໄດ້ເຫັນດີເປັນເອກະສັນກັນວ່າ ໃນໄລຍະຈະມາເຖິງ ຄວນເພີ່ມທະວີການຮ່ວມມືໃນຂົງເຂດການເດີນທະເລ, ຊອກຫາ ກູ້ໄພກຸູ້ຊີບ, ຕ້ານອັກຄິໄພ, ບຳລຸງສ້າງພະນັກງານ ແລະ ແລກປ່ຽນຄະນະເພື່ອຮຳ່ຮຽນເອົາບົດຮຽນເຊິ່ງກັນ ແລະ ກັນ.