ຮອງເລຂາທິການໃຫຍ່ ສປຊ ຕີລາຄາສູງການປະກອບສ່ວນຢ່າງມີປະສິດທິຜົນຂອງ ຫວຽດນາມ ກ່ຽວກັບການປົກປັກຮັກສາສັນຕິພາບ
(VOVWORLD) - ວັນທີ 13 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານຮອງເລຂາທິການໃຫຍ່ ສປຊ Jean – Pierre Lacroix ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານຮອງເລຂາທິການໃຫຍ່ ສປຊ Jean-Pierre Lacroix (ຜູ້ນັ່ງຢູ່ທາງກາງ) (ພາບ:VGP) |
ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວັນຈຽນ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ໃຫ້ຄຳໝັ້ນສັນຍາເປີດກວ້າງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ດ້ວຍການຜັນຂະຫຍາຍບັນດາຮູບແບບກົມກອງທີ່ແຕກຕ່າງກັນ ແລະ ຈະລົງທະບຽນໃນລະບົບກຽມພ້ອມກຳລັງຮັກສາສັນຕິພາບຂອງ ສປຊ ຕາມຂັ້ນຕອນ ເພື່ອກຽມພ້ອມຜັນຂະຫຍາຍກຳລັງໄປຍັງຄະນະຕ່າງໆ. ການນຳກະຊວງປ້ອງກັນປະເທດ ຫວຽດນາມ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການໜູນຊ່ວຍ, ການໃຫ້ຄຳປຶກສາຂອງ ສປຊ ແລະ ທ່ານຮອງຜູ້ອຳນວຍການໃຫຍ່ ສປຊ Jean-Pierre Lacroix ເພື່ອໃຫ້ກອງທັບປະຊາຊົນ ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນຂົງເຂດຮັກສາສັນຕິພາບ ຢ່າງມີປະສິດທິຜົນກວ່າ.
ທ່ານຮອງເລຂາທິການໃຫຍ່ ສປຊ Jean-Pierre Lacroix ຢັ້ງຢືນວ່າ ຍາມໃດກໍສະໜັບສະໜູນ ຫວຽດນາມ ແລະ ບັນດາຄວາມມານະພະຍາຍາມເພີ່ມທະວີ, ເປີດກວ້າງການຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ ໃນຂົງເຂດນີ້ ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຢ່າງມີປະສິດທິຜົນ ແລະ ເປີດກວ້າງການເຂົ້າຮ່ວມພາລະກຳລວມນີ້.