ຮອດປີ 2021, ຕ້ອງມີ 50% ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 27/10, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວູວັນນິງ, ຫົວໜ້າຄະນະຊີ້ນຳໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໄດ້ເປັນປະທານກອງປະຊຸມປະຈຳຄະນະຊີ້ນຳກ່ຽວກັບການປັບປຸງມາດຖານ ແລະ ຍ້ອງຍໍ, ໜູນຊ່ວຍຕາແສງທຸກຍາກໃນການກໍ່ສ້າງຊົນນະບົດໃໝ່. ປຶກສາຫລືທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີປັບປຸງ, ເພີ່ມເຕີມບັນດາມາດຕະຖານກ່ຽວກັບຊົນນະບົດໃໝ່ ເພື່ອຫຼີກລ້ຽງການຟຸມເຟືອຍໃນການປະຕິບັດແຫຼ່ງກຳລັງ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກວດກາ ເພື່ອເພີ່ມເຕີມໃຫ້ການກໍ່ສ້າງຊົນນະບົດໃໝ່. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຖືວ່າ, ບັນດາທ້ອງຖິ່ນໃນທົ່ວປະເທດ ຕ້ອງຕັດສິນໃຈມຸ່ງໄປເຖິງຄາດໝາຍ 50 % ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່ໃນປີ 2021.