ຮອດເວລາ 6 ໂມງຂອງວັນທີ 16 ສິງຫາ ຫວຽດນາມກວດພົບມີຜູ້ຕິດເຊື້ອ COVID-19 ເພີ່ມອີກ 1 ຄົນແມ່ນກັບມາຈາກ ກີເນ

(VOVWORLD) -ມາຮອດຈຸດເວລານີ້ ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ 19 ສະສົມ 951 ຄົນ, ໃນນັ້ນ 447 ຄົນໄດ້ຮັບການປິ່ນປົວຫາຍດີ
ຮອດເວລາ 6 ໂມງຂອງວັນທີ 16 ສິງຫາ ຫວຽດນາມກວດພົບມີຜູ້ຕິດເຊື້ອ COVID-19 ເພີ່ມອີກ 1 ຄົນແມ່ນກັບມາຈາກ ກີເນ - ảnh 1(ພາບປະກອບ) 

   ແຫລ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ໃຫ້ຮູ້ວ່າ: ໄລ່ຮອດ 6 ໂມງຂອງວັນທີ 16 ສິງຫາ, ຫວຽດນາມ ກວດພົບ ມີຜູ້ຕິດເຊື້ອ COVID-19 ເພີ່ມອີກ 1 ຄົນ ແມ່ນກັບມາຈາກ ກີເນ ແລະ ຖືກແຍກຕົວພາຍຫລັງເຂົ້າເມືອງ. ມາຮອດຈຸດເວລານີ້ ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ 19 ສະສົມ 951 ຄົນ, ໃນນັ້ນ 334 ຄົນແມ່ນກັບມາຈາກຕ່າງປະເທດແລະຖືກແຍກຕົວທັນທີ່ເມື່ອເຂົ້າເມືອງ, 617  ຄົນຕິດໃຫມ່ໃນຊຸມຊົນ (477 ຄົນແມ່ນກ່ຽວຂ້ອງເຖິງ ນະຄອນ ດາຫນັງ) ນັບແຕ່ວັນທີ 25 ກໍລະກົດເຖິງປະຈຸບັນ. ມີ 447 ຄົນໄດ້ຮັບການປິ່ນປົວຫາຍດີ, ສະເພາະວັນທີ 16 ສິງຫາແມ່ນ 10 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ