ຮ່າໂນ້ຍ; ເລີ່ມຕົ້ນໂຄງການກະທຳເພື່ອ ສິດຜົນປະໂຫຍດຂອງ ຜູ້ອຸປະໂພກບໍລິໂພກ

ຮ່າໂນ້ຍ; ເລີ່ມຕົ້ນໂຄງການກະທຳເພື່ອ ສິດຜົນປະໂຫຍດຂອງ ຜູ້ອຸປະໂພກບໍລິໂພກ - ảnh 1
( ພາບປະກອບ )

( vovworld ) - ​ແຕ່​ວັນ​ທີ 15/3, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ​ ຈະຈັດຕັ້ງໂຄງການການ​​ເຄື່ອນ​ໄຫວເພື່ອ​ປົກ​ປ້ອງສິດຜົນປະ​ໂຫຍ​ດຂອງ​ຜູ້​ອຸປະ​​ໂພ​ກບໍລິ​ໂພ​ກປີ 2012 ຢ່າງ​ເປັນທາງ​ການ, ​ເພື່ອຕອບສະໜອງວັນ​ສິດ​ຂອງ​ຜູ້​ຊົມ​ໃຊ້ໂລກ. ສັບປະ​ດາຂາຍ​ເຄື່ອງ​ເພື່ອ​​ຜູ້​ອຸປະ​​ໂພ​ກບໍລິ​ໂພ​ກ​ຈະດຳ​ເນີນ​ໄປ​ແຕ່​ວັນ​ທີ 16/3 - 22/3 ທີ່ຈະ​ມາ​ເຖິງຢູ່ຮ້ານ​ຊັບ​ພະ​ສິນຄ້າ, ສູນ​ການຄ້າ​ໃຫຍ່​ໃນ​ບໍລິ​ເວນ​ນະຄອນປະມານ 30 - 50​ ແຫ່ງ ​ເພື່ອ​ຊ່ວຍ​ໃຫ້​ຜູ້​ອຸປະ​​ໂພ​ກ​ບໍລິ​ໂພ​ກມີ​ໂອກາດ​ຊື້​ເຄື່ອງ​ຂອງທີ່​ຈຳ​ເປັນ​ດ້ວຍ​ລາຄາພິ​ເສດ ​ແລະ ​ຮັບປະກັນສິດຜົນປະໂຫຍ​ດ. ຈຸດ​ສຸ​ມຂອງ​ສັບປະດາ​ຂາຍ​ສິນຄ້າ​​ເພື່ອ​ຜູ້​ອຸປະ​​ໂພ​ກບໍລິ​ໂພ​ກປີ 2012 ​ແມ່ນ​ ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ສັບປະດາ​ຂາຍ​ສິນຄ້າ​ຕ້ອງ​ຮັບປະກັນ 8 ສິດຜົນປະ​ໂຫຍ​ດ​ໃຫ້​ແກ່​ຜູ້​ອຸປະ​​ໂພ​ກ​ບໍລິ​ໂພ​ກ, ຂໍ້​ມູນ​ຂ່າວ​ຂອງ​ຜະລິດ​ຕະພັນມີ​ຄວາມກະຈ່າງ​ແຈ້ງ​, ສ້າງ​ຂັ້ນ​ຕອນຮ້ອງທຸກຮ້ອງ​ຟ້ອງ​ຢ່າງ​ວ່ອງ​ໄວ. ພິ​ເສດ, ວິ​ສາ​ຫະກິດ​ຈະ​ມີ​ບັນດາ​ລາຍການ​ໂປຣ​ໂມ​ຊັນທີ່​ດຶງ​ດູດ​ໃຈ​ໃຫ້​ແກ່​ຜູ້​ອຸ​ປະ​ໂປກບໍລິ​ໂພ​ກ, ມີ​ຂອງ​ແຖມຫຼຸດ​ລາຄາຫຼາຍ, ​ແກ່ຍາວ​ເວລາ​ຮັບປະກັນ​ສິນ​ຄ້າ, ມອບ​ຂອງຂວັນ, ຈົກ​ສະຫຼາກ​ຮັບ​ລາງວັນ​ໃຫ້​ຄຳ​ປຶກສາ, ສົ່ງສິນຄ້າ​ເຖິງ​ທີ່.
ຂ່າວ/ບົດ​ອື່ນ