ຮ່າໂນ້ຍ ເສີມຂະຫຍາຍ ບົດບາດເປັນສູນເສດຖະກິດໃຫຍ່ກວ່າໝູ່ຂອງປະເທດຊາດ

ຮ່າໂນ້ຍ ເສີມຂະຫຍາຍ ບົດບາດເປັນສູນເສດຖະກິດໃຫຍ່ກວ່າໝູ່ຂອງປະເທດຊາດ - ảnh 1
(​ກອງ​ປະຊຸມ​ຕີ​ລາຄາ​ໝາກຜົນ 5 ປີ​ແຫ່ງ​ການ​ປະຕິບັດ​
ມະຕິ​ເລກທີ​ 15/2008 ສະພາ​ແຫ່ງ​ຊາດ​ຊຸດ​ທີ 12)

(vovworld) - ຕອນ​ເຊົ້າ​ວັນ​ທີ 31/07, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຕີ​ລາຄາ​ໝາກຜົນ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ​ 15/2008 ສະພາ​ແຫ່ງ​ຊາດ​ຊຸດ​ທີ 12 ກ່ຽວ​ກັບ​ການ​ປັບປຸງ, ​ເປີດ​ກວ້າງ​​​ເຂດບໍລິຫານນະຄອນຫຼວງ (01/08/2008 – 01/08/2013). ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຟຸ໋ກຈ​ອງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ພ້ອມ​ດ້ວຍ​ຜູ້​ແທນ​ທີ່​ຕາງໜ້າ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ນະຄອນຫຼວງ​ກວ່າ 2.000 ຄົນ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ ​ໃນ 5 ປີຜ່ານ​ມາ, ຮ່າ​ໂນ້ຍ ​ໄດ້​ພະຍາຍາມ​ສູ້​ຊົນ, ຜັນ​ຂະຫຍາຍ​​ແຜນ​ນະ​ໂຍບາຍ​ຂອງ​ສູນ​ກາງ ​ແລະ ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເປີດ​ກວ້າງ​​​ເຂດບໍລິຫານນະຄອນຫຼວງ​ຢ່າງ​ຄົບ​ຊຸດ, ມີ​ປະສິດທິ​ຜົນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນງານ​ລວມຂອງ​ປະ​ເທດ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກໍ່​ເອົາ​ໃຈ​ໃສ່ວ່າ, ​ໃນ​ຊຸມ​ປີ​ຕໍ່ໆ​ໄປ, ຮ່າ​ໂນ້ຍ ຕ້ອງ​ພັດທະນາ​ເສດຖະກິດ​ນະຄອນຫຼວງ ຢ່າງ​ໝັ້ໜຄົງ, ມີຄຸນ​ນະພາ​ບ, ​ປະສິດທິ​ຜົນ, ມີ​ການ​ແກ້ງ​ແຍ່ງທີ່​ນັບ​ມື້​ນັບ​ສູງ ​ໄປ​ຄຽງ​ຄູ່​ກັບ​ການ​ຮັບປະກັນ​ຊີວິດ​ສັງຄົມ​ໃນ​ບໍລິ​ເວັນ. ​ຮ່າ​ໂນ້ຍ ຕ້ອງ​ສູ້​ຊົນ​ຜັນ​ຂະຫຍາຍ​ບົດບາດເປັນ​ສູນ​ເສດຖະກິດ​ໃຫຍ່​, ເປັນກຳລັງໜຸ່ມດ້ານ​ເສດຖະກິດ​ຂອງ​ເຂດ​ຈຸດ​ສຸມ​​ພາກ​ເໜືອ ​ແລະ ທົ່ວ​ປະ​ເທດ​ເປັນ​ຢ່າງ​ດີ. ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ສ້າງນະຄອນຫຼວງ​ແມ່ນ​ສູນວັດທະນະທຳ​ໃຫຍ່​ຂອງ​ທົ່ວ​ປະ​ເທດ, ​ເປັນ​ແບບຢ່າງ​ດີ​ເດັ່ນ​ໃຫ້​ພື້ນຖານ​ວັດທະນະທຳ​ຫວຽດນາມ ທີ່​ກ້າວໜ້າ, ​ເຂັ້ມ​ຂົນ​ໄປ​ດ້ວຍ​ສີສັນ​ຊາດ. ​ຮ່າ​ໂນ້ຍ ກໍ່​ປ່ຽນ​ໃໝ່​ວິທີ​ການ​ນຳພາ​ຂອງ​ພັກ​, ກໍ່ສ້າງ​ລັດ, ສ້າງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ​ນະຄອນ​ໃຫ້​ໂປງ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງ​ແທດ​ຈິງ.

ຄວນ​ສືບ​ຕໍ່​ເຮັດ​ວຽກ​ງານ​ໂຄສະນາ​ສຶກສາ, ​ເພື່ອ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ມີ​ຄວາມ​ສາມັກຄີ, ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ມີ​ຄວາມ​ຕັດສິນ​ໃຈ​ສູງ ​ແນ​ໃສ່​ປະຕິບັດ​ບັນດາ​ໜ້າ​ທີ່​ສ້າງສາ ​ແລະ ພັດທະນາ​ນະຄອນຫຼວງ​ໃນ​ສະພາບ​ການ​ໃໝ່​ຢ່າງ​ມີ​ໄຊ. ຄຽງ​ຂ້າງ​ນັ້ນ, ພັດທະນາ​ເສດຖະກິດ​ນະຄອນຫຼວງ​ຢ່າງ​ໝັ້ນຄົງ, ມີ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ກຳລັງ​ແກ່ງ​ແຍ້​ງສູງ. ນະຄອນຫຼງຕ້ອງ​ແມ່ນ​ບ່ອນ​ພັດທະນາ​ຢ່າງ​ແຮງບັນດາຂະ​ແໜງ, ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບສູງ, ​ເຕັກນິກ​ສູງ, ມີ​ລະດັບການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ​ແລະ ພູມ​ປັນຍາສູງ“.

ພາຍຫຼັງ 5 ປີ ​ແຫ່ງ​ການ​ເປີດ​ກວ້າງ​ເຂດ​ບໍລິຫານ, ​ເສດຖະກິດ​ນະຄອນຫຼວງ​ສືບ​ຕໍ່​​ເຕີບ​ໂຕ, ຈີ​ດີ​ພີ​ກວມ​ກວ່າ 10% ຂອງ​ທົ່ວ​ປະ​ເທດ. ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ປີ 2012 ບັນລຸ 2257 USD, ຫຼາຍ​ທົບ 1,33 ​ເທົ່າ ​ເມື່ອ​ທຽບ​ໃສ່​ປີ 2008.

ຂ່າວ/ບົດ​ອື່ນ