ຮ່າ​ໂນ້ຍ​ມີ​ຄວາມ​ຕ້ອງ​ການ​ຮັບ​ສະ​ໝັກ​ຜູ້​ອອກ​ແຮງ​ງານ​ກ່​ວາ 100.000 ຄົນ​ໃນ​ໄຕ​ມາດ​ທີ I/2023

(VOVWORLD) -ຕາມສູນບໍລິການຈັດຫາງານ ຮ່າໂນ້ຍ, ດ້ວຍການຟື້ນຟູຢ່າງຕັ້ງໜ້າຂອງເສດຖະກິດນະຄອນຫຼວງ ໃນປີ 2022 ແລະ ຕົ້ນປີ 2023, ສະພາບຕະຫຼາດແຮງງານໄດ້ຮັບຄວາມມຸ່ງຫວັງວ່າຈະມີບັນດາການເຄື່ອນໄຫວທີ່ຕັ້ງໜ້າໃນໄຕມາດທີ I/2023
ຮ່າ​ໂນ້ຍ​ມີ​ຄວາມ​ຕ້ອງ​ການ​ຮັບ​ສະ​ໝັກ​ຜູ້​ອອກ​ແຮງ​ງານ​ກ່​ວາ 100.000 ຄົນ​ໃນ​ໄຕ​ມາດ​ທີ I/2023 - ảnh 1ພາບປະກອບ

ຕົວເລກສັງລວມຈາກສູນ ບໍລິການຈັດຫາງານ ຮ່າໂນ້ຍໃຫ້ຮູ້ວ່າ ຕົ້ນປີນີ້, ບາງຂະແໜງທີ່ມີຄວາມຕ້ອງການຮັບສະໝັກຜູ້ອອກແຮງງານເປັນຈຳນວນຫຼາຍຄື: ການຂົນສົ່ງ - logistics, ການບໍລິການພັດຕະຄານໂຮງແຮມ, ການທ່ອງທ່ຽວ, ການເຄື່ອນໄຫວດຳເນີນທຸລະກິດອະສັງຫາລິມະຊັບ, ການເຄື່ອນໄຫວການບໍລິການດ້ານການເງິນ, ທະນາຄານ; ເຕັກໂນໂລຢີ - ຂໍ້ມູນຂ່າວສານ… ດ້ວຍຄວາມຕ້ອງການຮັບສະໝັກແມ່ນ ປະມານ 100.000 – 120.000 ຕຳແໜ່ງງານ. ທ່ານ ຫວູກວາງແທັງ, ຮອງຫົວໜ້າສູນການບໍລິການ ຈັດຫາງານ ຮ່າໂນ້ຍ ໃຫ້ຮູ້ວ່າ:

        ໃນປີນີ້, ອາດຈະມີທິດໃໝ່ກ່ຽວກັບການເຄື່ອນໄຫວຂອງລະບົບສູນຈັດຫາງານ, ສືບຕໍ່ຍົກລະດັບການເຄື່ອນໄຫວຂອງລະບົບສູນຢ່າງມີປະສິດທິຜົນເທື່ອລະກ້າວ ຜ່ານໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ. ພວກຂ້າພະເຈົ້າຈະຫັນການເຄື່ອນໄຫວຂອງການຈັດຫາງານ ເປັນທັນສະໄໝ. ບັນດາວຽກງານກ່ຽວກັບການເຄື່ອນໄຫວດ້ານວິຊາສະເພາະກ່ຽວກັບຂໍ້ມູນຂອງຕະຫຼາດແຮງງານຈະໄດ້ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ຜັນຂະຫຍາຍຢ່າງຄົບຊຸດໃນທົ່ວລະບົບ.

ຕອບກັບ

ຂ່າວ/ບົດ​ອື່ນ