ເກຼັກ ປະກາດໄວ້ທຸກລະດັບຊາດ 3 ມື້ໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກເຫດໄຟໄໝ້ປ່າ

(VOVWORLD) - ເກຼັກ ພວມຕ້ອງຜ່ານຜ່າໂສກນາດຕະກຳທີ່ບໍ່ອາດພັນລະນາໄດ້ ແລະ ທ່ານໄດ້ຖະແຫຼງໄວ້ທຸກລະດັບຊາດເປັນເວລາ 3 ວັນເພື່ອອາໄລຫາບັນດາຜູ້ເສຍຊີວິດໃນເຫດໄຟໄໝ້ປ່າດັ່ງກ່າວ.
ເກຼັກ ປະກາດໄວ້ທຸກລະດັບຊາດ 3 ມື້ໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກເຫດໄຟໄໝ້ປ່າ - ảnh 1ພາບປະກອບ

ທ່ານນາຍົກລັດຖະມົນຕີ ເກຼັກ Alexis Tsipras ໄດ້ປະກາດໄວ້ທຸກລະດັບຊາດ 3 ວັນສຳລັບບັນດາຜູ້ຖືກເສຍຊີວິດຍ້ອນເຫດໄຟໄໝ້ປ່າທີ່ແຜ່ລາມຢູ່ບັນດາເຂດແຄມທະເລໃກ້ກັບນະຄອນຫຼວງ Athens. ໃນຖະແຫຼງການທາງໂທລະພາບ, ທ່ານນາຍົກລັດຖະມົນຕີ Alexis Tsipras ໄດ້ເວົ້າວ່າ: ເກຼັກ ພວມຕ້ອງຜ່ານຜ່າໂສກນາດຕະກຳທີ່ບໍ່ອາດພັນລະນາໄດ້ ແລະ ທ່ານໄດ້ຖະແຫຼງໄວ້ທຸກລະດັບຊາດເປັນເວລາ 3 ວັນເພື່ອອາໄລຫາບັນດາຜູ້ເສຍຊີວິດໃນເຫດໄຟໄໝ້ປ່າດັ່ງກ່າວ.

        ເຈົ້າໜ້າທີ່ອັກຄີໄພຂອງ ເກັຼກ ໄດ້ປະກາດເມື່ອວັນທີ 24 ກໍລະກົດ ວ່າຈຳນວນຜູ້ຖືກເສຍຊີວິດຍ້ອນເຫດໄຟໄໝ້ປ່າຢູ່ປະເທດນີ້ຂຶ້ນເຖິງ 74 ຄົນ. ຢ່າງໜ້ອຍສຸດມີ 187 ຄົນຖືກຮັບບາດເຈັບ, ໃນນັ້ນມີເດັກນ້ອຍ 23 ຄົນ. ປະຈຸບັນ, ຍັງບໍ່ທັນຮູ້ຈຳນວນຄົນຖືກຫາຍສາບສູນເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ