ເກຼກ ປະເຊີນໜ້າກັບວິກິດການດ້ານການເມືອງຄັ້ງໃໝ່

ເກຼກ ປະເຊີນໜ້າກັບວິກິດການດ້ານການເມືອງຄັ້ງໃໝ່ - ảnh 1
​ເກຼກ ອັດ​ປະຕູ​ຊ່ອງ​ໂທລະພາບ​​ແຫ່ງ​ຊາດ ERT
(ພາບ: EPA)


(vovworld) - ​ເກຼກ ພວມປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ດ້ານ​ການ​ເມືອງຄັ້ງ​ໃໝ່ ພາຍ​ຫຼັງ​ຂໍ້​ຕົກລົງ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປິດ​ປະຕູ​ຊ່ອງ​ໂທລະພາບ​​ແຫ່ງ​ຊາດ ERT ​ເຊິ່ງ​​ໄດ້​ເຄື່ອນ​ໄຫວ​ມາ​ເປັນ​ເວລາ 60 ປີ. ຕາມ​ຂໍ້​ຕົກລົງ​ດັ່ງກ່າວ, ERT ຕ້ອງ​ຢຸດ​ການ​ເຄື່ອນໄຫວ​ແຕ່​​ວັນ​ທີ 11/06, ​ເຊິ່ງ​ເຮັດ​ໃຫ້​ພາລະ​ກອນ​ເກືອບ 2.700 ຄົນ ຕ້ອງ​ພັກການຊົ່ວຄາວ. ​ປະຕິກິລິຍາຕໍ່​ຂໍ້​ຕົກລົງ​ດັ່ງ​ກ່າວ, ບັນດາ​ນັກ​ຂ່າວ​ຂອງ ERT ​ໄດ້​ເລີ່​ມ​ແຫ່​ຂະ​ບວນປະ​ທ້ວງທີ່​ແກ່ຍາວ​ເປັນ​ເວລາ 24 ຊົ່ວ​ໂມງ ຢູ່​ນະຄອນຫຼວງ Athens ​ແລະ ນະຄອນ​ໃຫຍ່ອັນ​ດັບ​ 2 ຂອງ​ເກຼກ ​ແມ່ນ Thessaloniki. ຕໍ່​ໜ້າ​ສະພາບ​ການ​ດັ່ງກ່າວ, ລັດຖະບານ​ເກຼກ ບັງຄັບຕ້ອງຜັນ​ຂະຫຍາຍ​ຕຳຫຼວດ​ຕ້ານ​ການ​ໃຊ້​ຄວາມ​ຮຸ້ນ​ແຮງຢູ່​ທຸກ​ຫ້ອງການ​ຂອງ ERT ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ກີດຂວາງ​ບັນດາ​ການກະທຳທຳລາຍ. ທ່ານ​ນາຍົກລັດຖະມົນຕີ​ເກຼກ Antonis Samaras ອະທິ​ບາຍ​ກ່ຽວ​ກັບ​ເລື່ອງ​ລັດຖະບານ​ຕັດສິນ​ປິດປະຕູ ERT ​ແມ່ນ​ເພື່ອ​ແນ​ໃສ່​ປົກ​ປ້ອງຜົນປະໂຫຍດ​ຂອງ​ມວນ​ຊົນ, ລົບ​ລ້າງ​ການ​ຟຸມ​ເຟືອຍ ​ແລະ ຂາດຄວາມ​ກະຈ່າງ​ແຈ້ງ. ຂໍ້​ຕົກລົງ​ຖືກ​ຍົກ​ອອກ​ມາ​ໃນ​ສະພາບ​ທີ່​ລັດຖະບານ​ເກຼກ ພວມ​ປະຕິບັດ​ການ​ຫຼຸດຜ່ອນ​ລາຍ​ຈາ​ຍຂອງ​ລັດ​ຂະໜາດ​ໃຫຍ່ ຕາມ​ຄວາມ​ຮຽກຮ້ອງ​ຂອງ​ບັນດາ​ເຈົ້າ​ໜີ້​ສາກົນ ​ເພື່ອ​ສາມາດ​ຮັບ​ເອົາ​ບ້ວງ​ເງິນ​ກູ້​ຊ່ວຍ​ກ້ອນໃຫຍ່​ກວ່າ.

ຂ່າວ/ບົດ​ອື່ນ