ເກີດການປະທະກັນລະຫວ່າງກອງທັບ ອິດສະຣາແອັນ ແລະ ຊາວ ປາແລັດສະຕິນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ

(VOVWORLD) - ບັນດາເປົ້າໝາຍຂອງ IDF ໃນເຫດປະທະກັນແມ່ນຈັບຕົວຜູ້ຖືກສົງໄສເຂົ້າຮ່ວມບັນດາເຫດບຸກໂຈມຕີຕ້ານ IDF
ເກີດການປະທະກັນລະຫວ່າງກອງທັບ ອິດສະຣາແອັນ ແລະ ຊາວ ປາແລັດສະຕິນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 29 ພຶດສະພາ, ເກີດການປະທະກັນລະຫວ່າງກອງທັບ ອິດສະຣາແອັນ (IDF) ແລະ ຊາວ ປາແລັດສະຕິນ ຢູ່ນະຄອນ Jenin ທາງທິດເໜືອຝັ່ງຕາເວັນຕົກແມ່ນ້ຳຈໍແດນທີ່ຖືກຢຶດຄອງ, ເຮັດໃຫ້ມີ 1 ຄົນເສຍຊີວິດ ແລະ 8 ຄົນໄດ້ຮັບບາດເຈັບ.

        ຕາມບັນດາແຫຼ່ງຂ່າວຄວາມໝັ້ນຄົງ ແລະ ຕົວພະຍານຢູ່ນະຄອນ Jenin ແລ້ວ, ບັນດາເປົ້າໝາຍຂອງ IDF ໃນເຫດປະທະກັນແມ່ນຈັບຕົວຜູ້ຖືກສົງໄສເຂົ້າຮ່ວມບັນດາເຫດບຸກໂຈມຕີຕ້ານ IDF ແລະ ຊາວ ອິດສະຣາແອັນ ທີ່ຕັ້ງຖິ່ນຖານຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. IDF ກໍ່ຢັ້ງຢືນເຫດບຸກໂຈມຕີກະທັນຫັນແມ່ນແນໃສ່ “ຈັບຕົວບັນດາຜູ້ຖືກສົງໄສ”. ກຳລັງນີ້ໃຫ້ຮູ້ວ່າ, ໄດ້ຈັບຕົວ 6 ຄົນທີ່ຖືກຕາມລ່າ ແລະ 2 ຝ່າຍໄດ້ໃຊ້ອາວຸດປຶນພາໄປເຖິງມີຜູ້ຮັບບາດເຈັບ ແລະ ເສຍຊີວິດ.

        ໃນຂະນະນັ້ນ, ບັນດາແຫຼ່ງຂ່າວຄວາມໝັ້ນຄົງ ປາແລັດສະຕິນ ໃຫ້ຮູ້ວ່າ, ໄດ້ເກີດການປະທະກັນອື່ນອີກລະຫວ່າງກອງທັບ ອິດສະຣາແອັນ ແລະ ຊາວ ປາແລັດສະຕິນ ຢູ່ຄ້າຍລີ້ໄພ Askar, ທາງທິດຕາເວັນອອກນະຄອນ Nablus, ທາງທິດເໜືອ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ.

        ການປະທະກັນຢູ່ບັນດານະຄອນທາງພາກເໜືອເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເກີດຂຶ້ນໃນສະພາບຄວາມເຄັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ ທີ່ພວມປິນຂັ້ນໄດ.

ຕອບກັບ

ຂ່າວ/ບົດ​ອື່ນ