ເກີດການໃຊ້ຄວາມຮຸນແຮງຄັ້ງໃຫມ່ຢູ່ ປາກິດສະຖານ
ສົ່ງຜູ້ຖືກບາດເຈັບຈາກເຫດຍິງປືນໄປໂຮງໝໍ
ພາບ:saigonnew.vn
(vovworld) - ວັນທີ 22/5 ເຫດຍິງປືນໄດ້ເກີດຂຶ້ນຢູ່ ນະຄອນ Karachi ພາກໃຕ້ ປາກິດສະຖານ ໄດ້ເຮັດໃຫ້ 11 ຄົນເສຍຊີວິດ ແລະ 40 ຄົນຖືກບາດເຈັບ. ຕຳຫລວດໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນພາຍຫລັງມືປືນທີ່ບໍ່ທັນຮູ້ຊື່ໄດ້ຍິງປືນໃສ່ຊຸມ ຊົນທີ່ພວມເຕົ້າໂຮມກັນຢູ່ຕະຫລາດ Jonal ນະຄອນ Karachi ຊຶ່ງເຮັດໃຫ້ 6 ຄົນຖືກບາດເຈັບ. ກຸ່ມຄົນເຫລົ່ານັ້ນໄດ້ຈູດເຜົາລົດໂອໂຕ ແລະ ຮ້ານຂາຍເຄື່ອງເພື່ອຄັດຄ້ານເຫດຍິງປືນດັ່ງກ່າວ. ຫລັງຈາກນັ້ນ ການໃຊ້ຄວາມຮຸນແຮງໄດ້ແຜ່ລາມອອກຢ່າງວ່ອງໄວໄປສູ່ຫລາຍເຂດໃນນະຄອນ ຊຶ່ງເຮັດໃຫ້ 11 ຄົນເສຍຊີວິດ ແລະ 35 ຄົນຖືກບາເຈັບ. ພາຍຫລັງເຫດການດັ່ງກ່າວເກີດຂຶ້ນ ພາລະກອນປ້ອງກັນຄວາມສະຫງົບ ແລະ ຕຳຫລວດຈຳນວນຫນຶ່ງ ຖືກຈັດສົ່ງເຖິງບໍລິເວນເກີດເຫດ ເພື່ອປ້ອງກັນຄວາມສະຫງົບຢູ່ເຂດນີ້.