ເກີດເຫດວາງລະເບີດຢູ່ ປາກິດສະຖານ
ສົບຂອງບັນດາຜູ້ເສຍຊີວິດຈາກເຫດວາງລະເບີດຢູ່ Peshawar ເມື່ອວັນທີ 31/8 (Ảnh: Reuters)
|
Vovworld- ມີຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ ແລະ ອີກ 16 ຄົນໄດ້ຮັບບາດເຈັບໃນເຫດວາງລະເບີດທີ່ໄດ້ເກີດຂຶ້ນເມື່ອວັນທີ 31/8 ຢູ່ນະຄອນ Peshawar ທາງທິດຕາເວັນຕົກສ່ຽງເໜືອຂອງ ປາກິດສະຖານ . ຕຳຫຼວດ ປາກິດສະຖານໃຫ້ຮູ້ວ່າ : ລູດລະເບີດຖືກຫ້າງໄວ້ໃນລົດໂອໂຕຄັນໜຶ່ງມີລະບົບບັນຊາທາງໄກ ຊຶ່ງຖືກຈອດຢູ່ເຂດຕະຫຼາດຊຸມຊົນຢູ່ເຂດຊານນະຄອນ Peshawar . ມີຮ້ານຄ້າກ່ວາ 10 ແຫ່ງຖືກທຳລາຍຈາກເຫດວາງລະເບີດດັ່ງກ່າວ . ຜູ້ຮັບເຄາະຮ້າຍ 5 ຄົນ ໃນຈຳນວນ 16 ຄົນໄດ້ຮັບບາດເຈັບດັ່ງກ່າວ ແມ່ນພວມຢູ່ໃນອາການເປັນອັນຕາລາຍທີ່ສຸດ.
ຍັງບໍ່ທັນມີສ່ວນບຸກຄົນ ຫຼືອົງການໃດໆອອກກ່າວຮັບຜິດຊອບກ່ຽວກັບ ເຫດວາງລະເບີດດັ່ງກ່າວເທື່ອ. ແຕ່ຕົວການ ອາດຈະແມ່ນກຸ່ມກຳລັງກະບົດພວມ ອາລະວາດຢູ່ເຂດ ທາງທິດຕາເວັນຕົກສ່ຽງເໜືອຂອງ ປາກິດສະຖານ, ລວມທັງພວກຕາລິບານ.