ເກືອບ 1000 ຄົນເຂົ້າຮ່ວມວັນຫວຽດນາມມີຄວາມຮັບຮູ້ກ່ຽວກັບພະຍາດAutism

(VOVWORLD) -ເກືອບ 1000 ຄົນ, ໃນນັ້ນ ມີເກືອບ 400 ຄົນເປັນພະຍາດ Autism ໄດ້ເຂົ້າຮ່ວມວັນຫວຽດນາມ ມີຄວາມຮັບຮູ້ກ່ຽວກັບພະຍາດ Autism ຄັ້ງທີ 3 ຊື່ງໄດ້ດຳເນີນຢູ່ ນະຄອນ ບັກນີງ ໃນວັນທີ 31 ມີນາ ແລະ ວັນທີ 1 ເມສາ.

ເກືອບ 1000 ຄົນເຂົ້າຮ່ວມວັນຫວຽດນາມມີຄວາມຮັບຮູ້ກ່ຽວກັບພະຍາດAutism - ảnh 1 ຜູ້ເປັນແມ່ພວມສອນໃຫ້ລູກຜູ້ເປັນພະຍາດAutism

ພາບ Vietnam+

ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນຂອງວັນຫວຽດນາມ ມີຄວາມຮັບຮູ້ກ່ຽວກັບພະຍາດ Autism ຄັ້ງທີ 3 ປີ 2018. ການເຄື່ອນໄຫວພົ້ນເດັ່ນໃນເຫດການນີ້ ແມ່ນການເຄື່ອນໄຫວກິລາຂອງຜູ້ເປັນພະຍາດ Autism, ຄຽງຄູ່ກັນນັ້ນ ແມ່ນຈັດກອງປະຊຸມສຳມະນາ “ພະຍາດ Autism ໃນອາຊຽນ- ສ້າງກົດໝາຍ ແລະ ບັນດານະໂຍບາຍຄົ້ນພົບ, ແຊກແຊງ ແລະ ເບິ່ງແຍງຜູ້ເປັນພະຍາດAutism ໃນວົງຄະນາຍາດ” ໂດຍກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບ ສະຫະພັນຄົນພິການຫວຽດນາມ ຈັດຕັ້ງ. ກອງປະຊຸມກໍ່ໄດ້ຮັບຟັງບັນດາຜູ້ຊ່ຽວຊານມາຈາກບັນດາປະເທດໃນພາກພື້ນ ອາຊຽນ ແບ່ງປັນບົດຮຽນຫນູນຊ່ວຍຜູ້ເປັນພະຍາດ Autism ເພື່ອເຊື່ອມຕົວເຂົ້າກັບວົງຄະນາຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ