ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ພັດທະນາໄວ ແລະ ຍືນຍົງ, ສົມກັບທີ່ຕັ້ງ, ບົດບາດຍຸດທະສາດຂອງເຂດ

(VOVWORLD) -  ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີທີ່ຕັ້ງບົດບາດສຳຄັນທັງທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ປ້ອງກັນຊາດປ້ອງກັນຄວາມສະຫງົບ
 
ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ພັດທະນາໄວ ແລະ ຍືນຍົງ, ສົມກັບທີ່ຕັ້ງ, ບົດບາດຍຸດທະສາດຂອງເຂດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 21 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມປະກາດແຜນຜັງ ແລະ ສົ່ງເສີມການລົງທຶນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄລຍະ 2021 – 2030 ຢູ່ນະຄອນເກີນເທີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ: ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີທີ່ຕັ້ງບົດບາດສຳຄັນທັງທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ພ້ອມທັງມີການພົວພັນແລກປ່ຽນການຄ້າກັບບັນດາປະເທດ ອາຊຽນ ແລະ ອະນຸພາກພື້ນແມ່ນ້ຳຂອງ; ມີຫຼາຍຄວາມສາມາດບົ່ມຊ້ອນຕ່າງກັນ, ກາລະໂອກາດພົ້ນເດັ່ນ, ທ່າແຮງໃນການແກ່ງແຍ້ງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງຊາບຊຶມ, ປະຕິບັດບັນດາໜ້າທີ່, ມາດຕະການວາງອອກຢ່າງເດັດຂາດ, ມີປະສິດທິຜົນເພື່ອແນໃສ່ພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄວ ແລະ ຍືນຍົງຕາມມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານ; ບັນດາຍຸດທະສາດ, ແຜນຜັງ, ແຜນການຂອງນາຍົກລັດຖະມົນຕີ; ເສີມຂະຫຍາຍບັນດາປັດໄຈທີ່ແມ່ນກຳລັງແຮງພາຍໃນຢ່າງແຮງ, ພິເສດແມ່ນປະຊາຊົນ, ມູນເຊື້ອປະຫວັດສາດປະຕິວັດ, ວັດທະນະທຳ, ນ້ຳໃຈກຸ້ມຕົນເອງ, ສ້າງຄວາມເຂັມແຂງດ້ວຍຕົນເອງ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປະຕິບັດມະຕິເລກທີ 13 ຂອງກົມການເມືອງ ກ່ຽວກັບ 6 ທັດສະນະພັດທະນາເຂດທົ່ງພຽງແມ່ນ້ຳຂອງ, ໃນນັ້ນພັດທະນາໄວ ແລະ ຍືນຍົງ, ເໝາະສົມກັບທີ່ຕັ້ງບົດບາດ ຍຸດທະສາດຂອງເຂດ; ສົມກັບຍຸດທະສາດພັດທະນາແບບຍືນຍົງ, ຍຸດທະສາດເຕີບໂຕສີຂຽວແຫ່ງຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…ດ້ວຍຈຸດໝາຍບັນລຸການເຕີບໂຕສະເລ່ຍໄລຍະ 2021 – 2030 ບັນລຸປະມານ 6,5% - 7%/ປີ. ຂອບຂະໜາດພື້ນຖານເສດຖະກິດຮອດປີ 2030 ເພີ່ມຂຶ້ນທົບ 2 – 2,5 ເທົ່າເມື່ອທຽບໃສ່ 2021.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບການນຳກະຊວງ, ຂະແໜງການ ໄດ້ເຂົ້າຮ່ວມງານວາງສະແດງ “ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ຄວາມຄາດຫວັງແຫ່ງການພັດທະນາ”

ຕອບກັບ

ຂ່າວ/ບົດ​ອື່ນ