ເຄື່ອງໝາຍການຄ້າໃນຍຸດທະສາດພັດທະນາວິສາຫະກິດ

(VOVWORLD) - ເຄື່ອງໝາຍການຄ້າໃນຍຸດທະສາດພັດທະນາວິສາຫະກິດ” ແມ່ນຫົວເລື່ອງກອງປະຊຸມສຳມະນາ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງໃນຕອນເຊົ້າວັນທີ 29 ຕຸລາ ຢູ່ ຮ່າໂນ້ຍ. 
ເຄື່ອງໝາຍການຄ້າໃນຍຸດທະສາດພັດທະນາວິສາຫະກິດ - ảnh 1ທີ່ກອງປະຊຸມສຳມະນາ 

ໃນທ່າອ່ຽງການເຊື່ອມໂຍງປັດຈຸບັນ, ບັນດາວິສາຫະກິດ ຫວຽດນາມ ຄວນຍູ້ແຮງການກໍ່ສ້າງ, ພັດທະນາເຄື່ອງໝາຍການຄ້າ, ກາໝາຍສິນຄ້າຂອງຕົນ ເພື່ອມີກຳລັງຄວາມສາມາດແກ່ງແຍ້ງກັບບັນດາເຄື່ອງໝາຍການຄ້າອື່ນຢ່າງພຽງພໍ. ເຄື່ອງໝາຍການຄ້າ - ກາໝາຍສິນຄ້າ ແມ່ນຄຸນຄ່າຫຼັກແຫຼ່ງຂອງວິສາຫະກິດ, ແມ່ນພື້ນຖານເສດຖະກິດປະກອບສ່ວນເຂົ້າໃນຄຸນຄ່າຂອງວິສາຫະກິດ. ໄຊຊະນະ ຫຼື ປະລາໄຊຂອງວິສາຫະກິດ ກໍ່ມາຈາກວິທີການກໍ່ສ້າງເຄື່ອງໝາຍການຄ້າຂອງວິສາຫະກິດນັ້ນ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງເຄື່ອງໝາຍການຄ້າ, ກໍ່ຄືວິທີການກໍ່ສ້າງເຄື່ອງໝາຍການຄ້າໃຫ້ວິສາຫະກິດ; ແບ່ງປັນບົດຮຽນຂອງວິສາຫະກິດ ໃນວິວັດການສ້າງສາ ແລະ ພັດທະນາເຄື່ອງໝາຍການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ