ເງິນລົງທຶນຂອງຕ່າງປະ ເທດບັນລຸເກືອບ 12 ຕື້ USD ໃນ 7 ເດືອນຕົ້ນປີ

ເງິນລົງທຶນຂອງຕ່າງປະ ເທດບັນລຸເກືອບ 12 ຕື້ USD ໃນ 7 ເດືອນຕົ້ນປີ - ảnh 1

(ພາບປະກອບ:.vinacorp.vn)

(vovworld)-​ ຕາມ​ກົມ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽ​ດນາມ ​ແລ້ວ, ​​ໄລ່​ຮອດ​ທ້າຍ​ເດືອນ 7/2013, ຍອດ​ຈຳນວນ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ສະໜອງໃໝ່ ​ແລະ ​ເພີ່ມ​ຂຶ້ນ​ບັນລຸ​ກ່ວາ 12 ຕື້  USD, ​ເພີ່ມ 19,6% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບັນດາ​ຂົງ​ເຂດ​ອຸດ​ສາຫະກຳ​ປຸງ​ແຕ່ງ, ການ​ຜະລິດ​ເຄື່ອງຈັກ​ສືບ​ຕໍ່​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດດ້ວຍ​ກ່ວາ 10 ຕື້  USD, ກວມ​ເກືອບ 90% ຈອດ​ຈຳນວນ​ທຶນ​ຈົດ​ທະບຽນ​ຂອງ​ທັງ​ປະ​ເທດ. ທີ 2 ​ແມ່ນ​ຂົງ​ເຂດ​ອະສັງຫາລິມະ​ຊັບ, ຖັດມາ​ແມ່ນ​ຂົງ​ເຂດ​ຂາ​ຍຍົກ, ຂາຍຍ່ອຍ, ສ້ອມ​ແປງ ​ແລະ ຂ​ົງ​ເຂດ​ການ​ບໍລິການ, ພັກ​ເຊົ່າ ​ແລະ ກິນ​ດື່ມ. ​ໃນ 7 ​ເດືອນ​ຜ່ານ​ມາ, ຍິ່ປຸ່ນ ຍັງ​ແມ່ນ​ນັກ​ລົງທຶນ​ໃຫ່ຍອັນ​ດັບ 1 ດ້ວຍ​ຍອດ​ຈຳນວນ​​ເງິນລົງທຶນ​ເກືອບ 4 ຕື້  USD, ຖັດມາ​ແມ່ນ​ສິງກະ​ໂປ ​ແລະ ລັດ​ເຊຍ.

ຂ່າວ/ບົດ​ອື່ນ