ເຈົ້າໜ້າທີ່ ຈີນ ຕ້ອນຮັບທູດພິເສດ ສປປ ເກົາຫຼີ

ເຈົ້າໜ້າທີ່ ຈີນ ຕ້ອນຮັບທູດພິເສດ ສປປ ເກົາຫຼີ - ảnh 1

ເຈົ້າ​ໜ້າ​ທີ່ ຈີນ  ແລະ ​ທູດ​ພິ​ເສດ ສປປ ​ເກົາຫຼີ
(ພາບ: AFP/TTXVN)

(vovworld) – ວັນ​ທີ 22/5, ຢູ່ ປັກ​ກິ່ງ, ທ່ານ​ຮອງ​ປະທານ ສະພາ​ປຶກ​ສາ​ການ​ເມືອງ ປະຊາຊົນ ຈີນ ທັງ​ເປັນ​ຫົວໜ້າ​ຄະນະ​ຕິດ​ຕໍ່​ພົວພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ ອວາງ​ຈາ​ຈວຍ ​ໄດ້​ໃຫ້ການ​ຕ້ອນຮັບ​ຫົວໜ້າ​ກົ​​ມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ສປປ ​ເກົາຫຼີ Choe Ryong Hae, ທູດ​ພິ​ເສດ​ຂອງ​ການ​ນຳ ສປປ ​ເກົາຫຼີ Kim Jong Ul. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເນື້ອ​ໃນ​ຂອງ​ການ​ປຶກສາ​ຫາລື​ລະຫວ່າງ​ເຈົ້າ​ໜ້າທີ່​ຂັ້ນ​ສູງນີ້​ບໍ່​ໄດ້​ເປີດ​ເຜິ​ຍ​ເທື່ອ. ທ່ານ Choe Ryong Hae ​ໄປ​ຍັງ ປັກ​ກິ່ງ ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ​ເພື່ອ​ເຈລະຈາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນສູງ ຈີນ ​ແນ​ໃສ່​ປັບປຸງ​ການ​ພົວພັນ 2 ຝ່າຍ​ທີ່​ບໍ່​ດີ​ປານ​ໃດ​ພາຍຫຼັງ​ເຫດການ ພຽງ​ຢາງ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 3 ​ເມື່ອ​ເດືອນ 2/2013, ​ແລະ​ອາດ​ຈະ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ​ລະຫວ່າງ ສປປ ​ເກົາຫຼີ ກັບ ອາ​ເມ​ລິ​ກາ ​ແລະ ສ ​ເກົາຫຼີ.

    ຕົ້ນ​ເດືອນ​ນີ້, ທະນາຄານ ຈີນ ​ເຊິ່ງ​ແມ່ນ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ ຈີນ, ​ໄດ້​ຢຸດຕິ​ການ​ພົວພັນ​ແລກປ່ຽນ​ກັບ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ ສປປ ​ເກົາຫຼີ. ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ການ​ກະທຳ​ດັ່ງກ່າວ​ໄດ້​ຮັບ​ຖື​ວ່າ​ແມ່ນ​ມາດ​ຕະການ​ລົງ​ໂທດ​ຂອງ ປັກ​ກິ່ງ ຕໍ່​ພຽງ​ຢາງ ​ເພາະວ່າ​ໄດ້​ດຳ​ເນີນ​ດານ​ທົ​ດລອງ ນິວ​ເຄຼຍ ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ.

 

ຂ່າວ/ບົດ​ອື່ນ