ເຈົ້າໜ້າທີ່ ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ຂຶ້ນແຜນປຶກສາຫາລືກ່ຽວກັບ ສປປ.ເກົາຫຼີ

(VOVWORLD) -ການພົບປະຈະດຳເນີນໃນລະຫວ່າງວັນທີ 24 – 26 ຕຸລາ, ແລະ “ບັນດາຝ່າຍ “ຈະປຶກສາຫາລືຫຼາຍບັນຫາ, ໃນນັ້ນ, ມີການຍິງລູກສອນໄຟຄັ້ງຕ່າງໆຂອງ ສປປ.ເກົາຫຼີ ໃນປີນີ້”.
ເຈົ້າໜ້າທີ່ ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ຂຶ້ນແຜນປຶກສາຫາລືກ່ຽວກັບ ສປປ.ເກົາຫຼີ - ảnh 1ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ
(ພາບປະກອບ: Yonhap/TTXVN)

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນໃນວັນທີ 20 ຕຸລາ, ເຈົ້າໜ້າທີ່ ອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ, ທ່ານຮອງລັດຖະມົນຕີການຕ່າງປະເທດ Wendy Sherman ຈະປຶກສາຫາລືກ່ຽວກັບການຍິງລູກສອນໄຟຫວ່າງມໍ່ໆມານີ້ຂອງ ສປປ.ເກົາຫຼີ ພ້ອມກັບຫຼາຍບັນຫາກ່ຽວຂ້ອງເຖິງຄວາມໝັ້ນຄົງຢູ່ພາກພື້ນ, ໃນການພົບປະຄັ້ງຕ່າງໆກັບຄູ່ຕຳແໜ່ງ ສ.ເກົາຫຼີ ແລະ ຍີ່ປຸ່ນ ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ ໃນທ້າຍອາທິດຈະມາເຖິງ.

        ເຈົ້າໜ້າທີ່ທ່ານນີ້ໃຫ້ຮູ້ວ່າ, ການພົບປະຈະດຳເນີນໃນລະຫວ່າງວັນທີ 24 – 26 ຕຸລາ, ແລະ “ບັນດາຝ່າຍ “ຈະປຶກສາຫາລືຫຼາຍບັນຫາ, ໃນນັ້ນ, ມີການຍິງລູກສອນໄຟຄັ້ງຕ່າງໆຂອງ ສປປ.ເກົາຫຼີ ໃນປີນີ້”.

        ກ່ອນໜ້ານັ້ນ, ສປປ.ເກົາຫຼີ ໄດ້ດຳເນີນການຍິງລູກສອນໄຟ 8 ຄັ້ງໃນຮອບເວລາ 3 ອາທິດຜ່ານມາ. ການຍິງລູກສອນໄຟຕ່າງໆນັ້ນກົງກັບຈຸດເວລາທີ່ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ດຳເນີນການຊ້ອມຮົບຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ