ເຈົ້າໜ້າ​ທີ່ປ້ອງ​ກັນ​ຊາດຂອງ ອິນ​ເດຍ-ຈີນ ເຈ​ລະ​ຈາຮອບ​ທີ່ 4 ຢູ່ຊາຍ​ແດນ

(VOVWORLD) -ອິນເດຍ ແລະ ຈີນ ໄດ້ດຳເນີນການເຈລະຈາຮອບທີ່ 4 ລະຫວ່າງບັນດາເຈົ້າໜ້າທີ່ປ້ອງກັນຊາດຂັ້ນຜູ້ບັນຊາການຂະບວນທັບໃນວັນທີ 14 ກໍລະກົດ, ຢູ່ເຂດ Chushul ເຊິ່ງຕັ້ງບົນເສັ້ນທາງຄວບຄຸມພື້ນທີ່ຕົວຈິງ (LAC).
ເຈົ້າໜ້າ​ທີ່ປ້ອງ​ກັນ​ຊາດຂອງ ອິນ​ເດຍ-ຈີນ ເຈ​ລະ​ຈາຮອບ​ທີ່ 4 ຢູ່ຊາຍ​ແດນ - ảnh 1

ນັກຮົບອິນເດຍລາດຕະເວັນຢູ່ຮ່ອມພູ Galwan ເຂດຊາຍແດນລະຫວ່າງ ອິນເດຍ ແລະ ຈີນໃນວັນທີ 17 ມິຖຸນາ 2020 (ພາບ: AFP/TTXVN)

ທີ່ການເຈລະຈາ, ສອງຝ່າຍໄດ້ປຶກສາຫາລືລະອຽດໄລຍະ 2 ຂອງການຖອນກຳລັງທະຫານ ແລະ ພາຫະນະອຸປະກອນການທະຫານຢູ່ເຂດຊາຍແດນ.

ໃນອາທິດຜ່ານມາ, ກອງທັບຂອງ ອິນເດຍ ແລະ ຈີນ ໄດ້ສຳເລັດໄລຍະ 1 ວິວັດການຖອນກຳລັງທະຫານ, ຫຼຸດຜ່ອນການສູ້ຢັນກັນຢູ່ບັນດາເຂດຊາຍແດນຄື  ຮ່ອມພູ Galwan, Hot Springs, Gogra ແລະ ຫຼຸດຜ່ອນກຳລັງທະຫານຢູ່ໜອງ Pangongລົງຫຼາຍພໍສົມຄວນ. ຝ່າຍ ອິນເດຍ ປາດຖະໜາຢາກ “ຟື້ນຟູ” ສະພາບເດີມຂອງທຸກເຂດຢູ່ພາກຕາເວັນອອກ Ladakh  ຄືກ່ອນວັນທີ 05 ພຶດສະພາ.

ບັນດາເຈົ້າໜ້າທີ່ປ້ອງກັນຊາດຂອງ ອິນເດຍ ໄດ້ມີການເຈລະຈາ 3 ຮອບຢູ່ເຂດຊາຍແດນນັບແຕ່ເກີດຄວາມເຄັ່ງຕຶງຢູ່ເຂດຊາຍແດນເມື່ອຕົ້ນເດືອນພຶດສະພາ.

ຟານຕູ່ງ-ນັກຂ່າວ VOV ປະຈຳ ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ