ເຊີດ​ຊູ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ດີ​ເດັ່ນ 100 ຄົນ ປີ 2023 ແລະ 63 ສະ​ຫະ​ກອນ​ດີ​ເດັ່ນ​ທົ່ວ​ປະ​ເທດ

(VOVWORLD) - ຕອນຄ່ຳວັນທີ 13 ຕຸລາ, ຢູ່ໂຮງລະຄອນໃຫຍ່ (ຮ່າໂນ້ຍ) ໄດ້ດຳເນີນພິທີເຊີດຊູ ແລະ ມອບນາມມະຍົດໃຫ້ແກ່ຊາວກະສິກອນ ຫວຽດນາມ ດີເດັ່ນ 100 ຄົນໃນປີ 2023 ແລະ ຍ້ອງຍໍສະຫະກອນດີເດັ່ນ 63 ແຫ່ງໃນທົ່ວປະເທດ.

ເຊີດ​ຊູ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ດີ​ເດັ່ນ 100 ຄົນ ປີ 2023 ແລະ 63 ສະ​ຫະ​ກອນ​ດີ​ເດັ່ນ​ທົ່ວ​ປະ​ເທດ - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ  ກ່າວຄຳເຫັນທີ່ພິທີ 

ເຫດການເພື່ອແນໃສ່ເຊີດຊູຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພອນສະຫວັນ, ມີຫົວຄິດປະດິດຄິດສ້າງຂອງຊາວກະສິກອນ ເພື່ອພາລະກິດແຫ່ງການພັດທະນາກະສິກຳ, ກໍ່ສ້າງຊົນນະບົດໃໝ່. ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ຊີ້ແຈ້ງວ່າ:

ຊາວກະສິກອນດີເດັ່ນ 100 ຄົນ ແລະ ສະຫະກອນກະສິກຳດີເດັ່ນ 63 ແຫ່ງ ໄດ້ຮັບການເຊີດຊູໃນມື້ນີ້ ຕ້ອງສືບຕໍ່ນຳໜ້າໃນການຮ່ວມມື, ເຊື່ອມຕໍ່ການຜະລິດດຳເນີນທຸລະກິດ, ສ້າງຫຼາຍຜະລິດຕະພັນກະສິກຳທີ່ປອດໄພ, ມີຄຸນນະພາບສູງ ເພື່ອມີການກຳລັງແກ້ງແຍ້ງຢູ່ຕະຫຼາດພາຍໃນ ແລະ ສາກົນຢ່າງພຽງພໍ, ສ້າງ, ພັດທະນາ ແລະ ຮັກສາເຄື່ອງໝາຍຜະລິດຕະພັນ, ຕະຫຼາດບໍລິໂພກ. ສືບຕໍ່ອຸທິດສ່ວນກຳລັງເຫື່ອແຮງ, ພູມປັນຍາ, ຊ່ວຍເຫຼືອຜູ້ອື່ນ, ມີຊາວກະສິກອນບືນຕົວຂຶ້ນສ້າງຄວາມຮັ່ງມີຢ່າງຊອບທຳຕື່ມອີກຫຼາຍຄົນ, ມີຫຼາຍສະຫະກອນກະສິກຳ ປະສົບຜົນສຳເລັດ, ພັດທະນາເພື່ອພ້ອມກັບປະຊາຄົມປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍ່ສ້າງຊົນນະບົດໃໝ່.

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ສະເໜີໃຫ້ສະມາຄົມຊາວກະສິກອນທຸກຂັ້ນ ຄວນສືບຕໍ່ຍູ້ແຮງການໂຄສະນາແບບຢ່າງວຽກດີຄົນເດັ່ນເພື່ອຊ່ວຍໃຫ້ບັນດາຄອບຄົວດຳເນີນທຸລະກິດເກັ່ງ, ສະຫະກອນກະສິກຳກາຍເປັນແກ່ນສານຫຼັກແຫຼ່ງເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມຢູ່ເຂດຊົນນະບົດໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ