ເຊີດຊູບັນດາແບບຢ່າງບໍລິຈາກເລືອດດີເດັ່ນເພື່ອວົງຄະນະຍາດ

(VOVWORLD) - ຄະນະຊີ້ນຳແຫ່ງຊາດກ່ຽວກັບການຂົນຂວາຍບໍລິຈາກເລືອດອາສາສະໝັກໄດ້ສົມທົບກັບສະພາກາແດງ ຫວຽດນາມ, ສະຖາບັນເລືອດສາດ - ສົ່ງເລືອດສູນກາງ ໄດ້ຈັດລາຍການເຊີດຊູຜູ້ບໍລິຈາກເລືອດດີເດັ່ນທົ່ວປະເທດ ປີ 2020 ຈຳນວນ 100 ຄົນ
ເຊີດຊູບັນດາແບບຢ່າງບໍລິຈາກເລືອດດີເດັ່ນເພື່ອວົງຄະນະຍາດ - ảnh 1ບັນດາບຸກຄົນດີເດັນໃນການບໍລິຈາກເລືອດ

 

ຕອນຄ່ຳວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການຂົນຂວາຍບໍລິຈາກເລືອດອາສາສະໝັກໄດ້ສົມທົບກັບສະພາກາແດງ ຫວຽດນາມ, ສະຖາບັນເລືອດສາດ - ສົ່ງເລືອດສູນກາງ ໄດ້ຈັດລາຍການເຊີດຊູຜູ້ບໍລິຈາກເລືອດດີເດັ່ນທົ່ວປະເທດ ປີ 2020 ຈຳນວນ 100 ຄົນດ້ວຍຫົວຂໍ້ວ່າ “1 ລ້ານຫົວໃຈ ເຕັ້ນຈັງຫວະດຽວກັນ, ບໍລິຈາກເລືອດກູ້ເອົາຊີວິດມະນຸດ”. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມໃນການສະເຫລີມສະຫຼອງ ແລະ ສົມທົບໃນບັນດາການເຄື່ອນໄຫວຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະພາກາແດງ ຫວຽດນາມ ຄັ້ງທີ 11, ອາຍຸການ 2022 – 2027.

        ປີ 2021, ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງວຽກງານຂົນຂວາຍ ແລະ ບໍລິຈາກເລືອດ. ແຕ່ເຖິງຢ່າງໃດກໍ່ຕາມ, ປະລິມານເລືອດທີ່ໄດ້ຮັບໃນປີ 2021 ຍັງບັນລຸເກືອບ 1,4 ລ້ານຖົງ, ໃນນັ້ນ, 99% ແມ່ນມາຈາກການບໍລິຈາກເລືອດດ້ວຍຄວາມສະໝັກໃຈ. ທ່ານນາງ ຫງວຽນທິມິງຮ໊ຽວ, ຢູ່ນະຄອນ ໂຮ່ຈີມິນ, ຜູ້ບໍລິຈາກເລືອດ 38 ຄັ້ງໄດ້ແບ່ງປັນວ່າ:

        “ຂ້າພະເຈົ້າມີໝວດເລືອດສາມາດແຈກຢາຍໃຫ້ໝວດເລືອດອື່ນໆ ແຕ່ໝວດເລືອດຂອງຂ້າພະເຈົ້າສາມາດຮັບໄດ້ແຕ່ໝວດເລືອດດຽວຂອງຕົນ, ດັ່ງນັ້ນມີບາງຄັ້ງກໍ່ຮີບດ່ວນ, ນັບທັງເວລາຄາວຽກຂ້າພະເຈົ້າກ່ໍກຽມພ້ອມ, ຂ້າພະເຈົ້າຮູ້ສຶກວ່າຕົນເອງມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ, ຍ້ອນຂ້າພະເຈົ້າສາມາດບໍລິຈາກເລືອດຊ່ວຍຊີວິດຂອງຄົນເຈັບ ແລະ ວົງຄະນະຍາດ.”

ຕອບກັບ

ຂ່າວ/ບົດ​ອື່ນ