ເຊີດຊູພົນລະເມືອງນະຄອນຫຼວງ ດີເດັ່ນ 10 ຄົນໃນປີ 2018

(VOVWORLD) - ເຂົ້າຮ່ວມກອງປະຊຸມມີທ່ານ ຫວໍວັນເຖືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ.

ເຊີດຊູພົນລະເມືອງນະຄອນຫຼວງ ດີເດັ່ນ 10 ຄົນໃນປີ 2018 - ảnh 1ບັນດາບຸກຄົນໄດ້ຮັບການຍ້ອງຍໍໃນຄັ້ງນີ້

(ພາບປະກອບ)

ຕອນເຊົ້າວັນທີ 9 ຕຸລາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນ, ວຽກດີຄົນເດັ່ນ, ເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນປີ 2018. ປີ 2018, ແມ່ນປີທີ 9 ນະຄອນຮ່າໂນ້ຍ ສືບຕໍ່ເລືອກເຟັ້ນ ແລະ ເຊີດຊູພົນລະເມືອງນະຄອນຫຼວງ ດີເດັ່ນ, ເຊິ່ງເປັນບັນດາບຸກຄົນດີເດັ່ນໃນຂົງເຂດຕ່າງໆ. ເຂົ້າຮ່ວມກອງປະຊຸມມີທ່ານ ຫວໍວັນເຖືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນສິວ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຢັ້ງຢືນວ່າ: ວຽກນ້ອຍແຕ່ມີຄວາມໝາຍໃຫຍ່, ຈາກບຸກຄົນໜຶ່ງທີ່ດີໄດ້ທະວີຄຸນເປັນໝູ່ຄະນະເຂັ້ມແຂງໄດ້ຫັນຂະບວນການແຂ່ງຂັນຂອງນະຄອນມີພະລັງຊີວິດຢ່າງແຮງ. ຮັບຮອງເອົາບັນດາຂະບວນການ, ມີກ່ວາ 24.000 ບຸກຄົນດີ, ວຽກງານທີ່ດີເດັ່ນຂອງນະຄອນ ແລະ ເກືອບ 34.000 ວຽກດີຄົນເດັ່ນຂອງເມືອງ, ເທດສະບານ, ຫົວໜ່ວຍຂຶ້ນກັບນະຄອນໄດ້ຮັບການຍ້ອງຍໍຊົມເຊີຍ.

ຕອບກັບ

ຂ່າວ/ບົດ​ອື່ນ