ເຊີດ​ຊູ​ໝູ່​ບ້ານ​ທ່ອງ​ທ່ຽວ​ດີ​ທີ່​ສຸດ​ໃນ​ໂລກ

(VOVWORLD) - ເຕິນຮວ໊າ ແມ່ນທ້ອງຖິ່ນໜຶ່ງດຽວຂອງ ຫວຽດນາມ ໄດ້ຮັບການເລືອກເຟັ້ນໃນບັນຊີລາຍຊື່ໝູ່ບ້ານທ່ອງທ່ຽວ 260 ແຫ່ງ ຂອງ 60 ປະເທດ ເຂົ້າຮ່ວມການແຂ່ງຂັນ, ໂດຍ UNWTO ຮັບຮອງໃນວັນທີ 19 ຕຸລາ.
ເຊີດ​ຊູ​ໝູ່​ບ້ານ​ທ່ອງ​ທ່ຽວ​ດີ​ທີ່​ສຸດ​ໃນ​ໂລກ - ảnh 1ບັນຍາກາດສະຫງົບສຸກຢູ່ ເຕິນຮວ໊າ (ພາບ: VOV)

ຕອນເຊົ້າວັນທີ 14 ພະຈິກ, ຢູ່ຕາແສງ ເຕິນຮວາ, ເມືອງພູດອຍ ມິງຮວ໊າ, ແຂວງ ກວ໋າງບິ່ງ ຂອງ ຫວຽດນາມ ໄດ້ດຳເນີນພິທີຮັບນາມມະຍົດ ໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກປີ 2023 (Best Tourism Village) ໂດຍອົງການທ່ອງທ່ຽວໂລກ (World Tourism Organization - UNWTO) ມອບໃຫ້. ເຕິນຮວ໊າ ແມ່ນທ້ອງຖິ່ນໜຶ່ງດຽວຂອງ ຫວຽດນາມ ໄດ້ຮັບການເລືອກເຟັ້ນໃນບັນຊີລາຍຊື່ໝູ່ບ້ານທ່ອງທ່ຽວ 260 ແຫ່ງ ຂອງ 60 ປະເທດ ເຂົ້າຮ່ວມການແຂ່ງຂັນ, ໂດຍ UNWTO ຮັບຮອງໃນວັນທີ 19 ຕຸລາ. ລາງວັນດັ່ງກ່າວແມ່ນຂໍ້ລິເລີ່ມທົ່ວໂລກຂອງ UNWTO ເພື່ອຈຸດປະສົງ ຍົກໃຫ້ເຫັນຢ່າງພົ້ນເດັ່ນບັນດາໝູ່ບ້ານທ່ອງທ່ຽວອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າ, ຜະລິດຕະພັນ ແລະ ວິຖີຊີວິດແບບຊຸມຊົນ ແລະ ຊົນນະບົດ, ພ້ອມທັງຊຸກຍູ້ການປ່ຽນແປງໃໝ່ ແລະ ລັກສະນະຍືນຍົງ.

        ເມື່ອມາທ່ຽວ ເຕິນຮວ໊າ, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມຄວາມງາມທີ່ຮົກເຮື້ອຂອງໝູ່ບ້ານຊົນນະບົດທີ່ສະຫງົບສຸກເທົ່ານັ້ນ ຫາກຍັງໄດ້ສຳຜັດກັບລະບົບຖ້ຳ ຕູລານ, ລວມມີ 10 ຖ້ຳໃຫຍ່ນ້ອຍທີ່ແຕກຕ່າງກັນ ເຊິ່ງມີຄວາມງາມແບບມະຫັດສະຈັນ.

        ຕົ້ນປີ 2016, ຄະນະຜະລິດຮູບເງົາ ຂອງ Hollywood ໄດ້ຖ່າຍທຳບາງຕອນສຳຄັນຂອງຮູບເງົາ ທີ່ໂດດເດັ່ນ  "Kong: Skull Island" ຢູ່ສະຖານທີ່ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ