ເຊື່ອມຕໍ່ການຈຳໜ່າຍສິນຄ້າລະຫວ່າງ 5 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກັບນະຄອນໂຮ່ຈີມິນ

(VOVWORLD) -ທີ່ລາຍການ, ບັນດາວິສາຫະກິດທ້ອງຖິ່ນໄດ້ສະໜອງຂໍ້ມູນຫຼາຍຢ່າງ ກ່ຽວກັບຄວາມຮຽກຮ້ອງຂອງຜູ້ບໍລິໂພກ ສຳລັບສິນຄ້າ, ຜະລິດຕະພັນກະເສດ, ຄຸນນະພາບ.
ເຊື່ອມຕໍ່ການຈຳໜ່າຍສິນຄ້າລະຫວ່າງ 5 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກັບນະຄອນໂຮ່ຈີມິນ - ảnh 1(ພາບປະກອບ)

 ລາຍການເຊື່ອມຕໍ່ຈຳໜ່າຍສິນຄ້າລະຫວ່າງ 5 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ລວມມີ: ດົ່ງທາບ, ລອງອານ, ວິ້ງລອງ, ເບັນແຈ, ອານຢາງ ກັບນະຄອນໂຮ່ຈີມິນ ຫາກໍ່ດຳເນີນຢູ່ແຂວງ ດົ່ງທາບ, ໄດ້ດຶງດູດກວ່າ 100 ຫົວໜ່ວຍລວມມີບັນດາວິສາຫະກິດ, ຮາກຖານການຜະລິດ, ສະຫະກອນ… ທີ່ລາຍການ, ບັນດາວິສາຫະກິດທ້ອງຖິ່ນໄດ້ສະໜອງຂໍ້ມູນຫຼາຍຢ່າງ ກ່ຽວກັບຄວາມຮຽກຮ້ອງຂອງຜູ້ບໍລິໂພກ ສຳລັບສິນຄ້າ, ຜະລິດຕະພັນກະເສດ, ຄຸນນະພາບ. ເພື່ອສືບຕໍ່ຜັນຂະຫຍາຍການເຄື່ອນໄຫວເຊື່ອມຕໍ່ລະຫວ່າງການສະໜອງ ແລະ ຄວາມຕ້ອງການສິນຄ້າໃນໄລຍະຈະມາເຖິງມີປະສິດທິຜົນ, ນະຄອນ ໂຮ່ຈີມິນ ສະເໜີໃຫ້ບັນດາແຂວງສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຜະລິດ ແລະ ສົ່ງອອກນະຄອນ ໂຮ່ຈີມິນ ຍູ້ແຮງການລົງທຶນກໍ່ສ້າງເຂດວັດຖຸດິບ; ສ້າງແຫຼ່ງສິນຄ້າເປັນປົກກະຕິ, ເຄື່ອງໝາຍການຄ້າມີອິດທິພົນຊື່ສຽງ; ຜ່ານນັ້ນ ສ້າງເຂດຕະຫຼາດໃໝ່, ມີຂອບຂະໜາດໃຫຍ່, ໝັ້ນຄົງ ຍາວນານໃຫ້ແກ່ວິສາຫະກິດນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ