ເຊື່ອມ​ຕໍ່​​ກ​ານ​ໂອ້​ລົມ​ສົນ​ທະ​ນາ​ດ້ານ​ການ​ເມືອງ​ລະ​ຫວ່າງ ລ​ີບ​ີ​ ຄືນ​ໃໝ່​ ໃນ​ຕົ້ນ​ເດືອນ ພະ​ຈິກ 2020

(VOVWORLD) -ວັນທີ 11 ຕຸລາ, ທ່ານ Stephanie Williams ທູດພິເສດຂອງ ສປຊ ປະຈຳ ລີບີ, ໄດ້ປະກາດເຊື່ອມຕໍ່ການໂອ້ລົມສົນທະນາ ດ້ານການເມືອງ ລະຫວ່າງ ລີບີ ຄືນໃໝ່ໃນເດືອນພະຈິກ ປີ 2020 ເພື່ອແນໃສ່ແກ້ໄຂວິກິດການຢູ່ປະເທດອາຟຼິກກາເໜືອນີ້.
ເຊື່ອມ​ຕໍ່​​ກ​ານ​ໂອ້​ລົມ​ສົນ​ທະ​ນາ​ດ້ານ​ການ​ເມືອງ​ລະ​ຫວ່າງ ລ​ີບ​ີ​ ຄືນ​ໃໝ່​ ໃນ​ຕົ້ນ​ເດືອນ ພະ​ຈິກ 2020 - ảnh 1ກຳລັງສະໜັບສະໜູນລັດຖະບານໂດຍ ສປຊ  ປົກປ້ອງຢູ່ ລີບີ (ພາບ: TTXVN)

ຄະນະປະຕິບັດການສະໜັບສະໜູນຂອງສປຊ ປະຈຳ ລີບີ (MANUL) ໃຫ້ຮູ້ວ່າ ການໂອ້ລົມສົນທະນາທີ່ມີຊື່ວ່າ “ເວທີປາໄສ ໂອ້ລົມສົນທະນາດ້ານການເມືອງ ລີບີ” (FDPL) ຈະດຳເນີນຢູ່ Tunisia ຕາມຮູບການປຶກສາຫາລືດ້ານການເມືອງທາງອອນລາຍ. ເປົ້າໝາຍຂອງເວທີປາໄສໂອ້ລົມສົນທະນານີ້ແມ່ນ ສະໜັບສະໜູນ “ວິໄສທັດທີ່ກ້າວໜ້າ ແລະ ຄວາມເຫັນດີເຫັນພ້ອມ” ຈາກບັນດາການປຶກສາຫາລືດ້ານການເມືອງ ລະຫວ່າງ ບັນດາປະເທດ ທີ່ໄດ້ຈັດຂຶ້ນຫວ່າງແລ້ວນີ້ ຢູ່ Montreux (ສະວິດ),Bouznika (ມາຣົກ), Cairo (ເອຢີບ).

ຕອບກັບ

ຂ່າວ/ບົດ​ອື່ນ