ເດັດ​ດຽວ​ຄັດ​ຄ້ານ​ການ​ປ​ະ​ພຶດທີ່​ຮຸນ​ແຮງ​ຂອງ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ ຈີນ ​ຕໍ່​ກັບ​ຊາວ​ປະ​ມົງ ຫວຽດ​ນາມ

(VOVWORLD) - ກຳລັງປະຕິບັດກົດໝາຍ ຈີນ ໄດ້ປາບປາມ, ຕີບາດເຈັບ ແລະ ຢຶດຊັບສິນຂອງຊາວປະມົງ ຫວຽດນາມ ໃນກ່ຳປັ່ນຫາປາ QNg 95739 TS (ແຂວງ ກວ໋າງງາຍ) ໃນຂະນະທີ່ພວມເຄື່ອນໄຫວຢູ່ເຂດໝູ່ເກາະຮວ່າງຊາ ຂອງ ຫວຽດນາມ ໃນວັນທີ 29 ກັນຍາ.
ເດັດ​ດຽວ​ຄັດ​ຄ້ານ​ການ​ປ​ະ​ພຶດທີ່​ຮຸນ​ແຮງ​ຂອງ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ ຈີນ ​ຕໍ່​ກັບ​ຊາວ​ປະ​ມົງ ຫວຽດ​ນາມ - ảnh 1ທ່ານໂຄສົກກະຊວງການຕ່າງປະເທດ ຫວຽດນາມ ນາງ ຟ້າມທູຮັ່ງ (ພາບ: chinhphu.vn)

ວັນທີ 2 ຕຸລາ, ກ່ຽວຂ້ອງເຖິງເລື່ອງ ກຳລັງປະຕິບັດກົດໝາຍ ຈີນ ໄດ້ປາບປາມ, ຕີບາດເຈັບ ແລະ ຢຶດຊັບສິນຂອງຊາວປະມົງ ຫວຽດນາມ ໃນກ່ຳປັ່ນຫາປາ QNg 95739 TS (ແຂວງ ກວ໋າງງາຍ) ໃນຂະນະທີ່ພວມເຄື່ອນໄຫວຢູ່ເຂດໝູ່ເກາະຮວ່າງຊາ ຂອງ ຫວຽດນາມ ໃນວັນທີ 29 ກັນຍາ, ທ່ານໂຄສົກກະຊວງການຕ່າງປະເທດ ຫວຽດນາມ ນາງ ຟ້າມທູຮັ່ງ ເນັ້ນໜັກວ່າ: ການກະທຳດັ່ງກ່າວຂອງກໍາລັງປະຕິບັດກົດໝາຍ ຈີນ ໄດ້ລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະຮວ່າງຊາ, ລະເມີດກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຢ່າງຮ້າຍແຮງ, ໄປຝືນກັບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດກ່ຽວກັບການຄວບຄຸມ ແລະ ຄຸ້ມຄອງການຂັດແຍ້ງຢູ່ທະເລໃຫ້ເປັນດຢ່າງດີ. ຫວຽດນາມ ມີຄວາມວິຕົກກັງວົນ, ບໍ່ພໍໃຈ ແລະ ເດັດດ່ຽວຄັດຄ້ານການປະພຶດຢ່າງຮຸນແຮງຂອງກຳລັງປະຕິບັດກົດໝາຍຂອງ ຈີນ ສຳລັບຊາວປະມົງ ແລະ ກ່ຳປັ່ນຫາປ່າຂອງ ຫວຽດນາມ ເຊິ່ງເຮັດໃຫ້ບາດເຈັບ, ນາບຂູ່ເຖິງຊີວິດ ແລະ ກໍ່ຜົນເສຍຫາຍກ່ຽວກັບດ້ານຊັບສິນຂອງຊາວປະມົງ ຫວຽດນາມ.

        ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົນທະນາຢ່າງເຂັ້ມງວດກັບທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຮ່າໂນ້ຍ, ຄັດຄ້ານການກະທຳດັ່ງກ່າວຢ່າງແຮງ ແລະ ຮຽກຮ້ອງ ຈີນ ເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະຮວ່າງຊາ ຢ່າງຄົບຖ້ວນ, ສືບສວນໂດຍດ່ວນ ແລະ ແຈ້ງໝາກຜົນໃຫ້ຝ່າຍ ຫວຽດນາມ ໄດ້ຮັບຊາບ, ບໍ່ໃຫ້ມີການກະທຳທີ່ຄ້າຍຄືກັນເກີດຂຶ້ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ