ເດືອນ ພະຈິກ, ຫວຽດນາມ ຕ້ອງຮັບແຂກທ່ອງທ່ຽວສາກົນຫຼາຍທີ່ສຸດໃນປີ

(VOVWORLD) - ໄລ່ຮອດທ້າຍເດືອນ ພະຈິກ, ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸກວ່າ 11,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 3,8 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
ເດືອນ ພະຈິກ, ຫວຽດນາມ ຕ້ອງຮັບແຂກທ່ອງທ່ຽວສາກົນຫຼາຍທີ່ສຸດໃນປີ - ảnh 1(ພາບປະກອບ: TTXVN)

        ຕອນເຊົ້າວັນທີ 29 ພະຈິກ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໄດ້ແຈ້ງຂ່າວໂດຍໃຫ້ຮູ້ວ່າ, ໃນເດືອນ ພະຈິກ, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນວ່າ 1,23 ລ້ານເທື່ອຄົນ, ເພີ່ມຂຶ້ນ 11% ເມື່ອທຽບໃສ່ເດືອນ ຕຸລາ. ນີ້ແມ່ນເດືອນທີ່ ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນຫຼາຍທີ່ສຸດນັບແຕ່ຕົ້ນປີມາຮອດປະຈຸບັນ.

        ໄລ່ຮອດທ້າຍເດືອນ ພະຈິກ, ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸກວ່າ 11,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 3,8 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ແຂກທ່ອງທ່ຽວມາທາງການບິນກວມເອົາ 87,3%. ສ.ເກົາຫຼີ ສືບຕໍ່ແມ່ນຕະຫຼາດແຂກທ່ອງທ່ຽວຫຼາຍທີ່ສຸດໃນຮອບເວລາ 11 ເດືອນຜ່ານມາ, ດ້ວຍຈຳນວນ 3,2 ລ້ານເທື່ອຄົນ (ກວມເອົາ 25%), ຖັດຈາກນັ້ນແມ່ນແຂກທ່ອງທ່ຽວມາຈາກ ຈີນ ແລະ ໄຕ້ຫວັນ (ຈີນ). ສຳລັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, 3 ຕະຫຼາດແຂກທ່ອງທ່ຽວມາຢ້ຽມຢາມ ຫວຽດນາມ ຫຼາຍທີ່ສຸດ, ນັ້ນແມ່ນ: ໄທ, ມາເລເຊຍ ແລະ ກຳປູເຈຍ. ສຳລັບພາກພື້ນ ເອີລົບ, ແມ່ນ: ອັງກິດ, ຝລັ່ງ ແລະ ເຢຍລະມັນ ຍັງແມ່ນຕະຫຼາດແຂກທ່ອງທ່ຽວຫຼາຍທີ່ສຸດ.

        ຕົວເລກຂອງກົມໃຫຍ່ສະຖິຕິຊີ້ໃຫ້ເຫັນວ່າ, ລາຍຮັບຈາກການທ່ອງທ່ຽວໃນໄລຍະ 11 ເດືອນຜ່ານມາຂອງ ຫວຽດນາມ ຄາດວ່າບັນລຸ 1,4 ຕື້ USD, ເພີ່ມຂຶ້ນ 50,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ