ເຕັກໂນໂລຊີຂໍ້ມູນຂ່າວສານຊ່ວຍບັນດາອົງການບໍ່ຂຶ້ນກັບລັດຖະບານຍົກສູງປະສິດທິຜົນຮັບໃຊ້ປະຊາຄົມ

ເຕັກໂນໂລຊີຂໍ້ມູນຂ່າວສານຊ່ວຍບັນດາອົງການບໍ່ຂຶ້ນກັບລັດຖະບານຍົກສູງປະສິດທິຜົນຮັບໃຊ້ປະຊາຄົມ - ảnh 1
ວັນ​ເຊື່ອມ​ຕໍ່​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ
(ພາບ: xaluan.com)

(vovworld) – ກອງ​ປະຊຸມສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: “ວັນ​ເຊື່ອມ​ຕໍ່​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ” ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/6, ຢູ່ ຮ່າ​ໂນ້ຍ. ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ແບ່ງປັນ​ບັນດາ​ທ່າ​ອ່ຽງ​ໃໝ່,​ ອັບ​ເດັດ​ບັນດາ​ຜົນງານ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ແນ​ໃສ່​ຊ່ວຍ​ບັນດາ​ອົງການ​ບໍ​່ຂຶ້ນ​ກັບ​ລັດຖະບານ​ຍົກ​ສູງ​ປະສິດທິ​ຜົນ​​ການ​ເຄື່ອນ​ໄຫວ, ຮັບ​ໃຊ້​​ປະຊາ​ຄົມ​ໃຫ້​ດີ​ກ່ວາ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫວູຕ໋ຽນ​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ, ຖື​ວ່າ: ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ໄດ້ ​ແລະ ພວມ​ກາຍ​ເປັນ​ບັນດາ​ແຫຼ່ງກຳລັງ ​ເພື່ອ​ໜູນ​ຊ່ວຍ ​ແລະ ​ເພີ່ມ​ທະວີ​ກຳ​ລັງ​ແກ່ງ​ແຍ້​ງ​ໃຫ່​ແຕ່​ລະ​ສ່ວນ​ບຸກຄົນ, ບັນດາ​ອົງການ ​ແລະ ວິ​ສາ​ຫະກິດ. ທ່ານ ​ຫວູຕ໋ຽນ​ໂລກ ​ໃຫ້​ຮູ້​ວ່າ:​

    ​ເມື່ອ​ນຳ​​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ-​ສັງຄົມ,​​ໃນຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ສັງຄົມ​ຈະ​ສ້າງ​ເປັນ​ຂະ​ບວນການ​ປະຕິວັດ ກ່ຽວ​ກັບ​ການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ ຫວຽດນາມ. ​ເພື່ອ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງບໍ່​ພຽງ​ແຕ່​ນຳ​ໃຊ້​ເຕັກ​ໂນ​ໂລຊີ​ຂໍ້​ມູນ​ຂ່າວສານ​ໃນ​ບັນດາ​ອົງການ​ລັດຖະບານ​ເທົ້າ​ນັ້ນ, ຫາກ​ຍັງ​ຕ້ອງ​ນຳ​ໃຊ້ເຕັກ​ໂນ​ໂລຊີ​ຂໍ້​ມູນ​ຂ່າວສານຢ່າງ​ແຮງ​ຢູ່​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະ​ບານ, ປອດ​ກຳ​ໄລ​ອີກ​ດ້ວຍ.  ກຳລັງ​ຄວາມສາມາດ​ແກ່ງ​ແຍ້​ງ ຂອງ​ຫວຽດນາມ​ ລວມທັງ​ລັດຖະບານ, ວິ​ສາ​ຫະກິດ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ປອດ​ກຳ​ໄລ.

ຂ່າວ/ບົດ​ອື່ນ