ເນປານຢຸດຕິການຊອກຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ

ເນປານຢຸດຕິການຊອກຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ - ảnh 1
ປະ​ຊາ​ຊົນ ເນ​ປານ
(ພາບ: Irishtimes)

(vovworld) – ເນ​ປານ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ຊອກ​ຫາ ແລະ ກູ້​ໄພ​ກູ້​ຊ​ີບ​​ພາຍຫຼັງ​ເກີດເຫດ​ແຜ່ນ​ດິນ​ໄຫວ​​ 9 ວັນ​ເຊິ່ງເຮັດ​ໃຫ້​ກ່​ວາ 7.200 ຄົນ​ເສຍ​ຊີ​ວິດ, ຍ້ອນບໍ່​ມີ​ຄວາມ​ຫວັງ​ຈະ​ຊອກ​​ໄດ້ຜູ້​ຍັງ​ມີ​ຊີ​ວິດ​ອີກ​. ວັນ​ທີ 4/5, ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຢູ່​ນະ​ຄອນຫລວງ Kathmandu ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ກ່​ວາ 20 ປະ​ເທດ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເນ​ປານ Mahendra Bahadur Pandey ໃຫ້​ຮູ້​ວ່າ: ລັດ​ຖະ​ບານ​ປະ​ເທດນີ້​​ຕົກ​ລົງ​ຢຸດ​ຕິ​ວຽກ​ງານ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ເຫ​ດ​ແຜ່ນ​ດິນ​ໄຫວ. ລັດ​ຖະ​ບານ ເນ​ປານ​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ຊ່ວຍ​ເຫຼືອ​ທີ່​ທັນ​ການ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ທີ່​ສະ​ຫງວນ​ໃຫ້​ແກ່​ ເນ​ປານ ໃນ​ຈຸດ​ເວ​ລາ​ທີ່​ຫຍຸ້ງ​ຍາກ. ທ່ານ​ລັດ​ຖະ​ມົນ​ຕີ Bahadur Pandey ປະ​ກາດ​ວ່າ: ລັດ​ຖະ​ບານ ເນ​ປານ ​ຕົກ​ລົງ​ສ້າງ​ຕັ້ງ​ກອງ​ທຶນ​ຟື້ນ​ຟູ ແລະ ​ພັດ​ທະ​ນາຄືນ​ໃໝ່​ດ້ວຍ​ຈຸດ​ໝາຍ​​ບໍ​ລິ​ຈາກ​ເງິນ​ໃຫ້​ໄດ້ 2 ຕື້ USD ແລະ ຮຽກ​ຮ້ອງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ເທດ​ຕ່າງໆ ແລະ ບັນ​ດາ​ອົງ​ການ​ມະ​ນຸດ​ສະ​ທຳ​ສາ​ກົນ.


ຂ່າວ/ບົດ​ອື່ນ