(vovworld) – ວັນທີ 03/01, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດເບລາຣຸດ Vladimir Makei ຖະແຫຼງວ່າ, ປະເທດນີ້ພ້ອມແລ້ວທີ່ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນໃນການເປັນຄົນກາງໄກ່ເກ່່ຍແກ້ໄຂຄວາມເຄັ່ງຕຶງດ້ານການທູດລະຫວ່າງລັດເຊຍ ແລະ ຕວກກີ. ທ່ານລັດຖະມົນຕີການຕ່າງປະເທດ Vladimir Makei ຖືວ່າ, ເລື່ອງກໍ່ຄວາມກົດດັນ, ຈັດວາງຄຳສັ່ງລົງໂທດເຊິ່ງກັນ ແລະ ກັນ ບໍ່ແມ່ນມາດຕະການແກ້ໄຂ ບັນຫາການພົວພັນລະຫວ່າງປະເທດຕ່າງໆ. ການພົວພັນລະຫວ່າງລັດເຊຍ - ຕວກກີ ນັບມື້ນັບເຄັ່ງຕຶງພາຍຫຼັງທີ່ຕວກກີ ຍິງເຮືອບິນຖິ້ມລະເບີດ Su 24 ຂອງລັດເຊຍຕົກ ໃນວັນທີ 24/11. ຕວກກີ ກ່າວຫາເຮືອບິນລັດເຊຍ ໄດ້ແຊກແຂງເຂົ້າເຂດນ່ານຟ້າຂອງປະເທດນີ້, ໃນຂະນະນັ້ນ ລັດເຊຍ ພັດຢືນຢັນວ່າ ເຮືອບິນ Su 24 ບິນໃນເຂດນ່ານຟ້າຊີຣີ. ລັດເຊຍ ໄດ້ຈັດວາງບັນດາມາດຕະການລົງໂທດດ້ານເສດຖະກິດສຳລັບຕວກກີ, ພ້ອມທັງຮຽກຮ້ອງໃຫ້ຕວກກີ ຍົກອອກຄຳຂໍໂທດ. ເຖິງວ່າ, ຕວກກີ ສະແດງຄວາມເສຍດາຍຕໍ່ເຫດການດ້ານການທະຫານດັ່ງກ່າວ, ແຕ່ຢືນຢັນຈະບໍ່ຂໍໂທດລັດເຊຍ.