(vovworld) – ຂໍ້ຕົກລົງຮ່ວມມືມິດຕະພາບລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນ Turin, ປະເທດອີຕາລີ ໄດ້ຮັບການລົງນາມຢູ່ ທາງພາກເໜືອອີຕາລີ. ຜູ້ຕາງໜ້າການນຳ 2 ນະຄອນທີ່ເຂົ້າຮ່ວມການລົງນາມ ແມ່ນທ່ານເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ແລະ ທ່ານ Piero Fassino, ເຈົ້າຄອງນະຄອນ Turin, ໄດ້ເຂົ້າຮ່ວມພິທີລົງນາມນີ້.
ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເລຮ່ວາງກວນ ໃຫ້ຮູ້ວ່າ, ດ້ວຍຂໍ້ຕົກລົງນີ້, 2 ນະຄອນໃຫຍ່ຂອງຫວຽດນາມ ແລະ ອີຕາລີ ຈະຮັກສາການເຈລະຈາຂັ້ນການນຳເປັນປະຈຳ ກໍຄື ສ້າງງເງື່ອນໄຂດີທີ່ສຸດເພື່ອແລກປ່ຽນຂໍ້ມູນ, ບົດຮຽນ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດເຊິ່ງ 2 ຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ.
ສ່ວນທ່ານເຈົ້າຄອງນະຄອນ Turin ສະແດງຄວາມເຊື່ອໝັ້ນວ່າ, ຂໍ້ຕົກລົງຮ່ວມມືມິດຕະພາບທີ່ຫາກໍໄດ້ຮັບການລົງນາມ ຈະສ້າງພື້ນຖານເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ຝ່າຍກວ່າອີກ.