ເປີດກອງປະຊຸມຄັ້ງທີ 29 ຂອງຄະນະປະຈຳສະພາແຫ່ງຊາດ

ເປີດກອງປະຊຸມຄັ້ງທີ 29 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 14/07, ຢູ່​ຮ່າ​ໂນ້ຍ, ​ພາຍ​ໃຕ້​ກາ​ນ​ເປັນ​ປະທານຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ຄະນະ​ປະຈຳ​ສະພາ​ແຫ່ງຊາດໄດ້ໄຂກອງ​ປະຊຸມຄັ້ງ​ທີ 29 ຂຶ້ນ. ​ຄາດ​ວ່າ​, ກອງ​ປະຊຸມຈະ​ຖືກ​ແກ່ຍາວ​ຮອດ​ວັນ​ທີ 16/07. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ: ກອງ​ປະຊຸມ​ຄັ້ງ​ທີ 29 ​ເຊິ່ງ​ແມ່ນ​ກອງ​ປະຊຸມສຳຄັນ, ພາຍຫຼັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະ​ພາ​ແຫ​່ງຊາດ​ໄດ້​ສະ​ຫງວນ​ເວລາ​ສ່ວນ​ຫຼາຍ​​ໃຫ້​ແກ່​ວຽກ​ງານ​ສ້າງ​ກົດໝາຍ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່​ຈະ​ຕີ​ລາຄາ​ໝາກຜົນຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ  7  ​ແລະ ​ໃຫ້​ຄຳ​ເຫັນ​ເບື້ອງ​ຕົ້ນກ່ຽວ​ກັບ​ການ​ກະ​ກຽມກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13.

        ພາຍຫຼັງ​ເປີດກອງ​ປະຊຸມ, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫລື​ກ່ຽວ​ກັບ​ຮ່າງ​ກົດໝາຍວ່າ​ດ້ວຍ​ບັດປະຈຳ​ຕົວ​ພົນລະ​ເມືອງ. ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ ​ເຫັນ​ດີ​ຄວນ​ສ້າງ​ຕັ້ງ​​ໂຄງການ​ສະ​ເພາະ​ກ່ຽວ​ກັບ​ຖານ​ຂໍ້​ມູນ​ແຫ່ງ​ຊາດ ກ່ຽວ​ກັບ​ພົນລະ​ເມືອງ ​ແລະ ກຳນົດ​ຕົວ​ເລກ​ສ່ວນ​ຕົວ, ​ແຕ່​ວ່າ ຕ້ອງ​ຮັບປະກັນ​ລັກສະນະ​ເປັນ​ໄປ​ຂອງ​ການ​ປະຕິ​ບັດ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​​ເຕັກ​ນິກຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ພົນລະ​ເມືອງ. ທ່ານ​ດ່າວຈ້ອງ​ທີ, ຫົວໜ້າ​ກຳມາທິການ​ວັດທະນະທຳ, ສຶກສາ, ຊາວ​ໜຸ່ມ​ເຍົາວະ​ຊົນ​ຂອງ​ສະພາ​ແຫ່ງ​ຊາດ ​ໃຫ້​ຄຳ​ເຫັນ​ວ່າ.

        “ຖ້າ​ຫາກ​ພວກ​ເຮົາ​ສຳ​ພັດກັບ​ຖານຂໍ້​ມູນ​ເອ​ເລັກ​ໂຕ​ນິກ ມັນ​ມີ 2 ດ້ານ, ຖານ​ຂໍ້​ມູນ​ແຫ່ງ​ຊາດ​ບໍ່​ແມ່ນ​ພື້ນຖານ​ຂໍ້​ມູນ​ຕົ້ນສະບັບ ຫາກ​ນີ້​ແມ່ນ​ພື້ນ​ຖານ​ລວມ​ສາມາດ​ອັບ​ເດັດ​ຂໍ້​ມູນ​ຈາກ​ບັນດາ​ຖານ​ຂໍ້ມູນແຫ່ງ​ຊາດອື່ນ. ພວກ​ເຮົາ​ເຄື່ອນ​ໄຫວ​ອີງ​ຕາມ​ທັງ​ອັບເດັດຂໍ້​ມູນ​ເຂົ້າ, ທັງຂຸດຄົ້ນຂໍ້​ມູນ​.”

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພ​າ​ແຫ່ງ​ຊາດ​ກໍ່​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ. ທ່ານ​ປະທາ​ນສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ກໍ່​ສະ​ເໜີຮ່າງ​ກົດໝາຍ 2 ສະບັບ​ດັ່ງກ່າວ ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງວ່າ ກະຊວງ, ຂະ​ແໜງ​ການ​ໃດ​ຈະ​ຮັບຜິດຊອບ​ຄຸ້ມ​ຄອງຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ພົນລະ​ເມືອງທີ່​​ເໝາະ​ສົມ​ກ່ວາໝູ່.

ຂ່າວ/ບົດ​ອື່ນ