ເປີດຕົວຄະນະການນຳສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ VIII

(VOVWORLD) - ໃນໄລຍະຈະມາເຖິງ, ຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຈະສຸມໃສ່ຫັນບັນດາໂຄງການດຳເນີນງານໃຫ້ເປັນລະອຽດ
ເປີດຕົວຄະນະການນຳສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ VIII - ảnh 1(ຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຊຸດທີ VIII)

        ຕອນເຊົ້າວັນທີ 27 ທັນວາ, ຢູ່ ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ 8, ອາຍຸການ 2023 – 2028, ໄດ້ແຈ້ງໝາກຜົນຂອງກອງປະຊຸມຄັ້ງທີ 1 ຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຊຸດທີ VIII. ຕາມນັ້ນແລ້ວ, ກອງປະຊຸມທີ່ຈັດຂຶ້ນໃນຕອນຄ່ຳວັນທີ 26 ທັນວາ, ໄດ້ເລືອກຕັ້ງເອົາ 18 ສະມາຊິກກຳມະການຜູ້ປະຈຳການ, ເລືອກຕັ້ງປະທານ ແລະ ຮອງປະທານ 4 ທ່ານ. ທ່ານ ເລືອງກວັກດ່ວານ, ປະທານສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ VII ໄດ້ຮັບເລືອກຕັ້ງເປັນປະທານຊຸດທີ VIII, ອາຍຸການ 2023 – 2028 ຄືນໃໝ່.

        ທ່ານ ເລືອງກວັກດ່ວານ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຈະສຸມໃສ່ຫັນບັນດາໂຄງການດຳເນີນງານໃຫ້ເປັນລະອຽດ, ຜັນຂະຫຍາຍແຜນການປະຕິບັດບັນດາເປົ້າໝາຍເຊິ່ງໄດ້ຮັບຮອງເອົາທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ VIII ຢ່າງມີໄຊ, ໃນນັ້ນສຸມໃສ່ 6 ໝວດໜ້າທີ່ ແລະ 3 ຂອດບຸກທະລຸ, ສ້າງການຫັນປ່ຽນຢ່າງແຮງໃນວຽກງານຂອງສະມາຄົມ ແລະ ຂະບວນການຊາວກະສິກອນ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ VIII ໄດ້ອັດລົງ, ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ