ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເຂົ້າຮ່ວມພິທີເປີດສະຫລອງ
ພາບ:vtv.vn
|
(vovworld) - ຕອນເຊົ້າວັນທີ 22/3 ຢູ່ ຮ່າໂນ້ຍ, ກຸ່ມບໍລິສັດໄປຊະນີໂທລະຄົມ ຫວຽດນາມ (VNPT) ໄດ້ເປີດສະຫລອງເຄືອຂ່າຍດີຈີທອນຂອງບັນດາອົງການພັກ, ລັດ. ເຄືອຂ່າຍດັ່ງກ່າວແມ່ນໄດ້ຮັບການປະຕິບັດເປັນ 2 ໄລຍະ: ໄລຍະ 1 ແມ່ນເຊື່ອມຕໍ່ເຄືອຂ່າຍກັບບັນດາອົງການພັກ ແລະ ລັດ ຢູ່ສູນກາງ, ບັນດາກະຊວງ, ຂະແຫນງການ ຂອງສູນກາງ ແລະ ຄະນະກຳມະການປະຊາຊົນແຂວງ, ນະຄອນ, ອົງຄະນະພັກແຂວງ, ອົງຄະນະພັກນະຄອນ ຂອງ 63 ແຂວງ ນະຄອນໃນທົ່ວປະເທດ. ໄລຍະ 2 ແມ່ນປະຕິບັດການເຊື່ອມຕໍ່ເຄືອຂ່າຍກັບບັນດາຫົວຫນ່ວຍພະແນກ, ຂະແຫນງການ, ເມືອງໃນທົ່ວປະເທດ. ຮອດປີ 2015, ທົ່ວອົງການທີ່ຂຶ້ນກັບລະບົບການເມືອງ, ໝູ່ມະຫາຊົນ, ບັນດາອົງການລັດຈາກສູນກາງຕະຫລອດຮອດຂັ້ນຕາແສງ ຈະໄດ້ເຊື່ອມຕໍ່ກັບເຄືອຂ່າຍດັ່ງກ່າວ.
ກ່າວຄຳເຫັນນະພິທີເປີດສະຫລອງ, ທ່ານຮອງນາຍົກລັດຫຖະມົນຕີຫວຽດນາມ Nguyen Thien Nhan ຫົວຫນ້າຄະນະຊີ້ນຳກ່ຽວກັບເຕັກໂນໂລຊີ ແລະ ໂທລະຄົມ ເນັ້ນຫນັກວ່າ: ລະບົບເຄືອຂ່າຍດີຈີທອນຮັບໃຊ້ສະເພາະບັນດາອົງການພັກ, ລັດ ທັງສອງໄລຍະແມ່ນສຳເລັດໃນຂັ້ນພື້ນຖານແລ້ວ, ປະກອບສ່ວນສຳຄັນໃຫ້ແກ່ວຽກງານຫນູນຊ່ວຍການຄຸ້ມຄອງບໍລິຫານ ແລະ ສົ່ງຂໍ້ມູນຂ່າວສານຂອງບັນດາອົງການພັກ, ລັດ ຈາກສູນກາງຕະຫລອດຮອດທ້ອງຖິ່ນຢ່າງວ່ອງໄວ, ຊັດເຈນ. ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ຊີ້ນຳວ່າ:
“ກຸ່ມບໍລິສັດໄປສະນີໂທລະຄົມ ຄວນເປັນເຈົ້າການກວ່າອີກໃນການສະເຫນີຄຸນລັກສະນະທີ່ສາມາດຜັນຂະຫຍາຍໃນເຄືອຂ່າຍ, ສົມທົບກັບບັນດາຫົວຫນ່ວຍທີ່ກ່ຽວຂ້ອງເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນ. ໄປຄຽງຄູ່ກັນນັ້ນ ການແລກປ່ຽນຂໍ້ມູນຂ່າວສານໃນອົງການຂອງພັກ, ລັດ, ມີຫລາຍຂໍ້ມູນຮັບໃຊ້ສະເພາະກໍຄວນ ຫັນມາເປັນຫນ້າຕາຈໍທຳມະດາເພື່ອໃຫ້ປະຊາຊົນນຳໃຊ້ໄດ້ງ່າຍ.”