ເປີດສະຫຼອງຂົວມິດຕະພາບລາວ-ມຽນມາ
ມີ້ບີ່ງ,ນັກຂ່າວVOVປະຈຳລາວ -  
ຂົວມິດຕະພາບ ລາວ - ມຽນມາ ໃນເດືອນ 12/2014
(ພາບ: panoramio.com)
|
(vovworld) – ວັນທີ 9/5, ຂົວມິດຕະພາບ ລາວ - ມຽນມາ ໄດ້ຮັບການເປີດສະຫຼອງຢູ່ແຂວງ ຫຼວງນ້ຳທາ, ປະເທດລາວ. ນີ້ແມ່ນຂົວແຫ່ງທີ 5 ຕັ້ງຂ້າມຜ່ານແມ່ນ້ຳຂອງຕອນໄຫຼຜ່ານ ສປປ ລາວ ແລະ ແມ່ນຂົວແຫ່ງທຳອິດເຊື່ອມຕໍ່ ສປປ ລາວ ແລະ ສ. ສະຫະພາບ ມຽນມາ. ທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ ລາວ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລາວ ໃຫ້ຮູ້ວ່າ: ກິດຈະກຳນີ້ແມ່ນສັນຍາລັກຂອງການຮ່ວມມືມີປະສິດທິຜົນຂອງ 2 ປະເທດ ລາວ ແລະ ມຽນມາ. ເລື່ອງກໍ່ສ້າງຂົວແຫ່ງນີ້ຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາຂອງລັດຖະບານ ແລະ ປະຊາຊົນ 2 ປະເທດກໍ່ຄືທ່າອ່ຽງພັດທະນາການຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນ ໃນທ່າອ່ຽງເຊື່ອມໂຍງກັບບັນດາປະເທດອະນຸພາກພື້ນຕາມແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ, ກໍ່ຄືກະກຽມໃຫ້ການສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ (AEC) ໃນທ້າຍປີ 2015 ນີ້.
ມີ້ບີ່ງ,ນັກຂ່າວVOVປະຈຳລາວ