ເປີດສະຫຼອງວິຫານບູຊາອາໄລຫາບັນດານັກຮົບວິລະຊົນ
ຊາວໜຸ່ມຕະລຸມບອນທີ່ເສຍສະຫຼະຊີວິດເພື່ອຊາດ
(ພາບ: qdnd.vn)
(vovworld) - ຕອນເຊົ້າວັນທີ 14/07, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ຈວນບົ່ນ, ຕາແສງ ມີ້ເຊີນ, ເມືອງໂດເລືອງ, ແຂວງ ເງາະອານ, ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການໂນວໂຮມປະເທດຊາດແຂວງ ເງາະອານ ໄດ້ຈັດຕັ້ງພິທີເປີດສະຫຼອງວິຫານບູຊາອາໄລຫາບັນດານັກຮົບວິລະຊົນຊາວໜຸ່ມຕະລຸມບອນທີ່ເສຍສະຫຼະຊີວິດເພື່ອຊາດ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ຢືນຢັນວ່າ: ໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ ກູ້ຊາດ, ຈວນບົ່ນ ມີທີ່ຕັ້ງຍຸດທະສາດພິເສດ, ແມ່ນສະຖານທີ່ເຊື່ອມຕໍ່ບັນດາເສັ້ນທາງຄົມມະນາຄົມສຳຄັນ ເພື່ອໃຫ້ແນວຫຼັງທາງພາກເໜືອຊ່ວຍໜູນໃຫ້ແນວໜ້າໃຫຍ່ທາງພາກໃຕ້, ປະກອບສ່ວນສຳຄັນເພື່ອປົກປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ວິຫານບູຊາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ຈວນບົ່ນ ແມ່ນເຫດການທີ່ມີຄວາມໝາຍຫຼາຍດ້ານ, ສະແດງຫຼັກສິນທຳກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ຕອບບຸນແທນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ເພື່ອເອກະພາບ, ເສລີພາບຂອງປະເທດຊາດ, ປະກອບສ່ວນສຶກສາມູນເຊື້ອຮັກຊາດ, ຄວາມເອກອ້າງຖະນົງໃຈຂອງຊາດ ໃຫ້ແກ່ລຸ່ນໜຸ່ມໃນປະຈຸບັນ.