ເປີດສະຫຼອງ​​ໂຮງ​ງານ​ແຫ່ງ​ທຳ​ອິດ​ຂອງ ວິ​ສາ​ຫະ​ກິດ ຫວຽດ​ນາມ ຢູ່ ເອ​ຢິບ

(VOVWORLD) - ທ່ານ ຮ່ວາງກວັກຮູຍ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ ເອີລົບ ຢັ້ງຢືນວ່າ: ໂຄງການບໍ່ພຽງແຕ່ແມ່ນໂຮງງານຜະລິດເທົ່ານັ້ນ ຫາກຍັງແມ່ນສັນຍາລັກຂອງການຮ່ວມມືພ້ອມກັນພັດທະນາລະຫວ່າງ ຫວຽດນາມ ແລະ ເອຢິບ ອີກດ້ວຍ.
ເປີດສະຫຼອງ​​ໂຮງ​ງານ​ແຫ່ງ​ທຳ​ອິດ​ຂອງ ວິ​ສາ​ຫະ​ກິດ ຫວຽດ​ນາມ ຢູ່ ເອ​ຢິບ - ảnh 1ບັນດາຜູ້ແທນຫວຽດນາມ ແລະ ເອຢິບ ເຂົ້າຮ່ວມພິທີຕັດແຖບຜ້າເປີດສະຫຼອມໂຮງງານ EuP Egypt. ພາບ: TTXVN

ວັນທີ 15 ມັງກອນ, ຢູ່ນະຄອນ Sadat, ແຂວງ Menoufaya ຂອງ ເອຢິບ, ບໍລິສັດຫຸ້ນສວ່ນປຼາດຕິກ ເອີລົບ (EuP) ໄດ້ເປີດສະຫຼອງໂຮງງານ EuP Egypt ເຊິ່ງຜະລິດທາດ Filler Masterbatch (ເມັດສີພາດສະຕິກ )ດ້ວຍຍອດສະມັດຕະພາບປະມານ 300.000ໂຕນ/ປີ. ນີ້ແມ່ນໂຮງງານແຫ່ງທຳອິດຂອງວິສາຫະກິດ ຫວຽດນາມ ຢູ່ ເອຢິບ.

ດ້ວຍຍອດເງິນລົງທຶນຄາດຄະເນປະມານ 30 ລ້ານ USD, ໂຮງງານ EuP Egypt ໄດ້ຮັບການກໍ່ສ້າງບົນເນື້ອທີ່ກ່ວາ 34.000 ຕາແມັດ ຜະລິດຜະລິດຕະພັນ Filler Masterbatch. ເມື່ອເຂົ້າຮ່ວມການເຄື່ອນໄຫວຢ່າງຄົບຖ້ວນ, ຄາດວ່າໂຮງງານຈະມີຍອດຕ່ອງໂສ້ຜະລິດ 24 ສາຍ ດ້ວຍຍອດສະມັດຕະພາບ 300.000ໂຕນ/ປີ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນ ກ່ວາ 300 ຄົນ. ຜະລິດຕະພັນຂອງໂຮງງານຈະຮັບໃຊ້ຕະຫຼາດພາຍໃນເອຢິບ ແລະ ສົ່ງອອກໄປຍັງບັນດາປະເທດຕາເວັນອອກກາງ, ອາຟຼິກກາ, ເອີລົບ ແລະ ທະວີບອາເມລິກາ.

ກ່າວຄຳເຫັນທີ່ພິທີ, ທ່ານ ຮ່ວາງກວັກຮູຍ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ ເອີລົບ ຢັ້ງຢືນວ່າ: ໂຄງການບໍ່ພຽງແຕ່ແມ່ນໂຮງງານຜະລິດເທົ່ານັ້ນ ຫາກຍັງແມ່ນສັນຍາລັກຂອງການຮ່ວມມືພ້ອມກັນພັດທະນາລະຫວ່າງ ຫວຽດນາມ ແລະ ເອຢິບ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ