ເປັນ​ຄັ້ງ​ທີ 3 ດ່າ​ນັ້ງ​ໄດ້​ຮັບ​ລາງວັນ​ນະ​ຄອນ​ອັດ​ສະ​ລິ​ຍະ ດີ​ເດັ່ນ​ທີ່​ສຸດ ຫວຽດ​ນາມ

(VOVWORLD) - ລາງວັນນະຄອນອັດສະລິຍະຫວຽດນາມ 2022 ໄດ້ປຸກລະດົມແຕ່ວັນທີ 8 ສິງຫາ 2022, ມາຮອດປັດຈຸບັນໄດ້ຮັບການສະເໜີ 148 ຢ່າງ. 
ເປັນ​ຄັ້ງ​ທີ 3 ດ່າ​ນັ້ງ​ໄດ້​ຮັບ​ລາງວັນ​ນະ​ຄອນ​ອັດ​ສະ​ລິ​ຍະ ດີ​ເດັ່ນ​ທີ່​ສຸດ ຫວຽດ​ນາມ - ảnh 1ຄະນະຈັດຕັ້ງມອບລາງວັນຂຶ້ນກັບບັນດາຂອງຂວັນ (ພາບ: dangcongsan.vn)

ຕອນຄ່ຳວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ໄດ້ຈັດຕັ້ງພິທີມອບລາງວັນນະຄອນອັດສະລິຍະ ຫວຽດນາມ 2022. ມີ 43 ລາງວັນໄດ້ມອບໃຫ້ບັນດານະຄອນ, ວິສາຫະກິດ, ຜະລິດຕະພັນແມ່ນການຢັ້ງຢືນ, ເຊີດຊູບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າກິດຈະການສ້າງສາບັນດານະຄອນອັດສະລິຍະ, ຊຸກຍູ້ການຫັນເປັນດີຈີຕອນແຫ່ງຊາດ.

        ລາງວັນນະຄອນອັດສະລິຍະຫວຽດນາມ 2022 ໄດ້ປຸກລະດົມແຕ່ວັນທີ 8 ສິງຫາ 2022, ມາຮອດປັດຈຸບັນໄດ້ຮັບການສະເໜີ 148 ຢ່າງ. ຜ່ານການຕີລາຄາມາເປັນ 3 ຮອບ, ສະພາໄດ້ຄັດເລືອກມອບ 43 ລາງວັນ ນະຄອນອັດສະລິຍະ ຫວຽດນາມ 2022. ໃນນັ້ນ, ດ່ານັ້ງ ແມ່ນນະຄອນໜຶ່ງດຽວໄດ້ຮັບລາງວັນນະຄອນອັດສະລິຍະ ດີເດັ່ນທີ່ສຸດຫວຽດນາມ. ນີ້ເປັນຄັ້ງທີ 3 ດ່ານັ້ງ ໄດ້ຮັບລາງວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ