ເປັນຄັ້ງທຳອິດຈັດເວທີປາໄສລະດັບຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຊີຫວຽດນາມ

(VOVWORLD) -ເວທີປາໄສລະດັບຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຊີຫວຽດນາມ ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ຈະຈັດຂຶ້ນໃນວັນທີ 09 ພຶດສະພາ, ຢູ່່ຮ່າໂນ້ຍ

ເປັນຄັ້ງທຳອິດຈັດເວທີປາໄສລະດັບຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຊີຫວຽດນາມ - ảnh 1ການປະຊຸມຂ່າວ

(ພາບ: TTXVN)

ດ້ວຍຫົວຂໍ້ວ່າ “ຄວາມມຸ່ງຫວັງ, ວິໄສທັດ ແລະ ກຳນົດທິດພັດທະນາເພື່ອຫວຽດນາມ ເຂັ້ນແຂງແຮງກ້າ”.

        ຕອນບ່າຍວັນທີ 06 ພຶດສະພາ, ຢູ່ຮ່າໂນ້ຍ, ເມື່ອແນະນຳກ່ຽວກັບເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ຟານເຕີມ, ໃຫ້ຮູ້ວ່າ, ເວທີປາໄສວິສາຫະກິດເຕັກໂນໂລຊີຫວຽດນາມ ໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດຈະແມ່ນການເປີດສາກສຳຄັນ, ສ້າງກຳລັງໜູນຊຸກຍູ້ການພັດທະນາສະພາບແວດລ້ອມແຫ່ງການເຄື່ອນໄຫວຂອງບັນດາວິສາຫະກິດເຕັກໂນໂລຊີຫວຽດນາມ.

        ເວທີປາໄສນີ້ຄາດວ່າຈະດຶງດູດການເຂົ້າຮ່ວມຜູ້ແທນປະມານ 1.000 ທ່ານ, ເຊິ່ງລວມມີການນຳລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັກຊ່ຽວຊານ, ວິສາຫະກິດເຕັກໂນໂລຊີທີ່ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ…

ຕອບກັບ

ຂ່າວ/ບົດ​ອື່ນ