ເປັນຄັ້ງທຳອິດທີ່ຫວຽດນາມມີກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ

      ເປັນຄັ້ງທຳອິດທີ່ຫວຽດນາມມີກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ - ảnh 1
ສ.ສ.ຊ ທິກ​ແທງກວຽດ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ ( Baonguoidaibieu)
(vovworld)-  ດ້ວຍ​ຈຳ​ນວນ​ບັດ​ເຫັນ​ດີ​ເປັນ​ສ່ວນຫຼາຍ, ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ໄດ້​ຮັບ​ການ​ຮັບ​ຮອ​ງ​ເອົາ​ຈາກ​ບັນ​ດາ​ ສ.ສ.ຊ ທີ່ກອງ​ປະ​ຊຸມ​ເມ​ື່ອ​ຕອນ​ບ່າຍ​ວັນ​ທີ 18/11. ກົດ​ໝາຍ​ລວມ​ມີ 9 ພາກ, 68 ມາດ​ຕາ ແມ່ນ​ຂອບ​ກົດ​ໝາຍ​ສູງ​ສຸດ​ເພື່ອ​ດັບ​ປັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ ການ​ເຫຼື້ອມ​ໃສ, ສາ​ສະ​ໜາ ແທນ​ທີ່​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ປະ​ຈຸ​ບັນ. ທ່ານ ຟານ​ແທງ​ບີງ ປະ​ທານ​ກຳ​ມະ​ການ​ວັດ​ທະ​ນະ​ທຳ, ສຶກ​ສາ, ຊາວ​ໜຸ່ມ​ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຖື​ວ່າ :

    “ ໂຄງ​ຮ່າງ​ຂອງ​ກົດ​ໝາຍ​ໄດ້​ຮັບ​ການ​ຄົ້ນ​ຄ້​ວາ​ຢ່າງ​ລະ​ອຽດ, ຮັບ​ປະ​ກັນ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ, ຢັ້ງ​ຢືນ ແລະ ສະ​ແດງ​ທັດ​ສະ​ນະ​ຂອງ​ລັດ​ທີ່​ມີ​ຕໍ່​ສິດ​ເສ​ລີ​ໃນ ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ຂອງ​ມະ​ນຸດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ​ໃນ​ການ​ຮັບ​ປະ​ກັນ ສິດ​ເສ​ລີ​ໃນ ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ ”

      ກ່ຽວ​ກັບ ສິດ​ເສ​ລີ​ໃນ ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​​ຂອງ​ຊາວ​ຕ່າງ​ປະ​ເທດ​ທີ່​ພັກ​ອາ​ໄສ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຫວຽດ​ນາມ, ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ຢື​ນຢັນ​ວ່າ  ຊາວ​ຕ່າງ​ປະ​ເທດ​ທີ່​ພັກ​ອາ​ໄສ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຫວຽດ​ນາມໄດ້​ຮັບ​ຄວາມ​ເຄົາ​ລົບ ແລະ ປົກ​ປ້ອງ ສິດ​ເສ​ລີ​ໃນ ການ​ເຫຼື້ອມ​ໃສ, ສາ​ສະ​ໜາຈາກ​ລັດ​ຫວຽດ​ນາມ. ທ່ານ ຟານ​ແທງ​ບີງ ປະ​ທານ​ກຳ​ມະ​ການ​ວັດ​ທະ​ນະ​ທຳ, ສຶກ​ສາ, ຊາວ​ໜຸ່ມ​ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຢືນ​ຢັນວ່າ :

    “ ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສາ​ສະ​ໜາ​ທີ່​ມີ​ປັດ​ໄຈ​ຕ່າງ​ປະ​ເທດ ແມ່ນ​ຮັບ​ປະ​ກັນ ແລະສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ການ​ເຄື​ອ່ນ​ໄຫ​ວ​ ສາ​ສະ​ໜາທີ່​ມີ​ປັດ​ໄຈ​ຕ່າງ​ປະ​ເທດ​ໃນ​ສະ​ພາ​ວະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວ​າງ, ພ້ອມ​ກັນ​ນັ້ນ ຍັງ​ຄົງຮັບ​ປະ​ກັນ​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ກົດ​ໝາຍ​ຫວຽດ​ນາມ ”
ຂ່າວ/ບົດ​ອື່ນ