ພິທີສະເຫນີຕົວສູນຂໍ້ມູນຂ່າວສານ ແລະ ຫນູນຊ່ວຍນັກທ່ອງທ່ຽວ
ພາບ:chinhphu.vn
|
(vovworld)- ຕອນບ່າຍວັນທີ 7/10, ພະແນກທ່ອງທ່ຽວຮ່າໂນ້ຍສົມທົບກັບ ບໍລິສັດຫຸ້ນສ່ວນທ່ອງທ່ຽວຫວຽດນາມ - ຮ່າໂນ້ຍ ໄດ້ສະເຫນີຕົວສູນຂໍ້ມູນຂ່າວສານ ແລະ ຫນູນຊ່ວຍນັກທ່ອງທ່ຽວ ຕັ້ງຢູ່ເລກທີ 28 ຖະຫນົນ ຮ່າງເຢົາ. ສູນດັ່ງກ່າວ ແມ່ນເພື່ອສະຫນອງຂໍ້ມູນຂ່າວດີສຸດໃຫ້ແກ່ນັກທ່ອງທ່ຽວໃນການຢ້ຽມຢາມຮ່າໂນ້ຍ ແລະ ແມ່ນຂົວຕໍ່ລະຫວ່າງບັນດາວິສາຫະກິດ, ບໍລິສັດທ່ອງທ່ຽວ, ບໍລິການຂອງຮ່າໂນ້ຍ ກັບນັກທ່ອງທ່ຽວ ກໍຄືສ້າງເງື່ອນໄຂສະດວກໃຫ້ນັກທ່ອງທ່ຽວວາງແຜນການໃນການທ່ອງທ່ຽວເຖິງຫລາຍແຫ່ງຢູ່ຫວຽດນາມ. ສູນດັ່ງກ່າວເຮັດວຽກທຸກມື້ປະຈຳອາທິດ ແລະ ເວລາເປີດປະຕູແມ່ນ 8 ໂມງເຊົ້າຫາ 17 ໂມງແລງ. ບັນດາພະນັກງານໃນສູນນີ້ ລ້ວນແຕ່ຮູ້ພາສາຕ່າງປະເທດ ຄື ອັງກິດ, ຝລັ່ງ, ຈີນ, ສເກົາຫລີ ….ແລະ ເຂົາເຈົ້າຈະຫນອງບັນດາຂໍ້ມູນຂ່າວລະອຽດກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ ຮ່າໂນ້ຍ ກໍຄື ຢູ່ຫວຽດນາມ ໃຫ້ແກ່ນັກທ່ອງທ່ຽວ. ນອກນັ້ນ ໃຫ້ຄຳປຶກສາໃນການຊື້ບໍລິການອື່ນໆອີກ.