ເປົ້າໝາຍຖືກລະແວງສົງໃສໃນການກໍ່ການຮ້າຍຢູ່ແບນຊິກຮັບສາລະພາບໂທດ

ເປົ້າໝາຍຖືກລະແວງສົງໃສໃນການກໍ່ການຮ້າຍຢູ່ແບນຊິກຮັບສາລະພາບໂທດ - ảnh 1
ເປົ້າໝາຍ Mohamed Abrini
(ພາບ: NDTV)

(vovworld) - ​​ວັນ​ທີ 9/4, ​ເຈົ້າ​ໜ້າ​ທີ່​ໄ​ອ​ຍະ​ການ​ສະ​ຫ​ະ​ພັນ ແບນ​ຊິກ ໃຫ້​ຮູ້​ວ່າ: Mohamed Abrini, ເຊິ່ງ​ແມ່ນ​ເປົ້າ​ໝາຍ​ຖືກ​ລະ​ແວງ​ສົງ​ໄສ​ໃນ​ເຫດກໍ່​ການ​ຮ້າຍ​ຢູ່ ປາ​ຣີ ເມື່ອ​ວັນ​ທີ 13/11/2015, ໄດ້​ຍອມ​ຮັບ​ວ່າແມ່ນ “ເປົ້າ​ໝາຍ​ຖື​ໝວກ” ໄປ​ພ້ອມ​ກັບ 2 ເປົ້າ​ໝາຍ​ວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ສະ​ໜາມ​ບິນ ບ​ຣຸກ​ແຊນ ເມື່ອ​ວັນ​ທີ 22/3/2016. ຫ້ອງ​ການ​ໄອ​ຍະ​ການ​ສະ​ຫະ​ພັນ ແບນ​ຊິກ ໄດ້​​ອອກ​ແຈ້ງ​ການ​ໂດຍ​ໃຫ້​ຮູ້​ວ່າ: Mohamed Abrini ໄດ້​ຍອມ​ຮັບ​ມີ​ໜ້າ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ. ນອກ​ຈາກນັ້ນ, ​ເຈົ້າ​ໜ້າ​ທີ່​ຄົນ​ກ່າວ​ຫາ​ເປົ້າ​ໝາຍ​ອື່ນໆ 4 ຄົນ​ເຂົ້າ​ຮ່ວມ​ອົງ​ການກໍ່​ການ​ຮ້າຍ ແລະ ບັນ​ດາ​ກໍ​ລະ​ນີ​ຄາດ​ຕະ​ກຳ​ແບບກໍ່​ການ​ຮ້າຍ.


ຂ່າວ/ບົດ​ອື່ນ