ເຜີຍແຜ່ລັດຖະທຳມະນູນໃຫ້ຜູ້ມີຍົດຖາບັນດາສັກ,ນັກບວດ

ເຜີຍແຜ່ລັດຖະທຳມະນູນໃຫ້ຜູ້ມີຍົດຖາບັນດາສັກ,ນັກບວດ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 13/1, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ສາສະໜາ​ລັດຖະບານ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ “​ແນະນຳລັດຖະທຳ​ມະນູນ ປີ 2013 ​ໃຫ້​ຜູ້​ມີ​ຍົດ​ຖາ​ບັນດາສັກ, ນັກບວດ” ​ຢູ່​ບັນດ​າ​ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້. ທີ່​ກອງ​ປະຊຸມ, ຜູ້​ມີ​ຍົດ​ຖາ​ບັນດາສັກ, ນັກບວດ​ເກືອບ 100 ອົງ ​ໄດ້​ຮັບ​ຟັງ​ແນະນຳບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ລັດຖະທຳ​ມະນູນ​ປີ 2013 ທີ່​ສະພາ​ແຫ່ງ​ຊາດ​ຫາ​ກໍ່​ຮັບຮອງ​ເອົາ ​ແລະ ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/2014. ລັດຖະທຳ​ມະນູນ​ສະບັບ​ນີ້​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ມີປະຊາ​ທິປະ​ໄຕ, ສຸມ​ໃສ່​ພຸມ​ປັນຍາ​ຂອງ​ທົ່ວ​ປວງ​ຊົນ​ດ້ວຍ​​​ຄຳ​ເຫັນ​ປະກອບຂອງເກືອ​ບ 26 ລ້ານ​ເທື່ອ​ຄົນ, ສະ​ແດງ​​ໃຫ້​ເຫັນຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ລະຫວ່າງ​ແນວ​ຄິດ​ຂອງ​ພັກຈິດ​ໃຈ​ຂອງ​ປະຊາຊົນ. ລັດຖະທຳ​ມະນູນ​ມີ​ຫຼາຍ​ຈຸດ​ໃໝ່, ສຳຄັນ. ຢັ້ງຢືນ​ປະຊາຊົນ​ເປັນ​ເຈົ້າ​ຂອງ “ສິດ​ສ້າງ​ລັດຖະທຳ​ມະນູນ”. ​ເປັນ​ຄັ້ງ​ທຳ​ອິດ, ທີ່ລັດຖະທຳ​ມະນູນ​ໄດ້​ຈຳ​ແນ​ກຢ່າງ​ລະອຽດ ສິດທິ​ມະນຸດ ​ແລະ ສິດ​ຂອງ​ພົນລະ​ເມືອງ, ​ແລະ​ທັງ 2 ສິດ​ດັ່ງກ່າວ​ລ້ວນ​ແຕ່​ໄດ້ຮັບ​ການ “ຮັບ​ຮອງ, ​ເຄົາລົບ, ​ຮັກສາ, ຮັບປະກັນຈາກ​ລັດ”. ລັດຖະທຳ​ມະນູນ​ກໍ່​ກຳນົດວ່າ​ບັນດາ​ສາສະໜາ​ມີ​ຄວາມສະ​ເໝີ​ພາບຕໍ່​​ກົດໝາຍ ​ແລະ ລັດ​ເຄົາລົບ, ປົກ​ປ້ອງ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ.  ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ນັກບວດ ຕີ​ລາຄາ​ສູ​ງ​ເນື້ອ​ໃນ​ຂອງ​ລັດຖະທຳ​ມະນູນ​ປີ 2013 ​ແລະ ຈະ​ສຸມ​ໃສ່​ຄົ້ນ​ຄ້ວາ​ຕື່ມ​ເພື່ອ​ເຜີຍ​ແຜ່​ບັນດາ​ເນື້ອ​ໃນ​ພື້ນຖານ, ​ແນວ​​ຄິດ, ຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ​ເຖິງ​ບັນດາ​ສາສະ​ນິກກະ​ຊົນຂອງ​ສາສະໜາ​ຕ່າງໆ.

ຂ່າວ/ບົດ​ອື່ນ