ເພີ່ມທະວີການຄຸ້ມຄອງແລະຍົກສູງປະສິດທິຜົນການນຳໃຊ້ໜີ້ສາທາລະນະ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເອົາໃຈໃສ່ເປັນພິເສດວ່າ ຄວນຕີລາຄາສະພາບການຢູ່ພາຍໃນປະເທດ ແລະ ຕ່າງປະເທດ ໃນສະພາບຄວາມຕ້ອງການແຫຼ່ງທຶນໃຫ້ແກ່ການຟື້ນຟູເສດຖະກິດໃນສະພາບການເປັນປົກກະຕິໃໝ່
ເພີ່ມທະວີການຄຸ້ມຄອງແລະຍົກສູງປະສິດທິຜົນການນຳໃຊ້ໜີ້ສາທາລະນະ - ảnh 1

ຕອນບ່າຍວັນທີ 18 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ປຶກສາຫາລືກ່ຽວກັບຮ່າງບົດລາຍງານສະພາແຫ່ງຊາດກ່ຽວກັບສະພາບກູ້ຢືມ, ຊຳລະໜີ້ສາທາລະນະ 5 ປີໄລຍະ 2016 – 2020 ແລະ ແຜນການກູ້ຢືມ ແລະ ຊຳລະໜີ້ສາທາລະນະ 5 ປີໄລຍະ 2021 – 2025.

        ກ່ຽວກັບແຜນການກູ້ຢືມ ແລະ ຊຳລະໜີ້ສາທາລະນະໄລຍະ 2021 – 2025, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເອົາໃຈໃສ່ເປັນພິເສດວ່າ ຄວນຕີລາຄາສະພາບການຢູ່ພາຍໃນປະເທດ ແລະ ຕ່າງປະເທດ ໃນສະພາບຄວາມຕ້ອງການແຫຼ່ງທຶນໃຫ້ແກ່ການຟື້ນຟູເສດຖະກິດໃນສະພາບການເປັນປົກກະຕິໃໝ່, ໂລກລະບາດໂຄວິດ-19, ຄວາມຕ້ອງການລົງທຶນກ້ອນໃຫຍ່ໃຫ້ແກ່ການພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມ, ສິ່ງແວດລ້ອມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ກ່ຽວກັບວິທີສຳຜັດປີການເງິນໃໝ່, ໜີ້ສາທາລະນະຕ້ອງປ່ຽນແປງຕາມທິດເປັນເຈົ້າການ, ຕັ້ງໜ້າ, ຊຸກຍູ້ການພັດທະນາປະເທດຊາດ, ຮັບປະກັນການນຳໃຊ້ແຫຼ່ງທຶນກູ້ຢືມ.

        ເມື່ອຮຽກຮ້ອງເພີ່ມທະວີການຄຸ້ມຄອງ, ນຳໃຊ້ໜີ້ສາທາລະນະຢ່າງມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຖືວ່າ, ຄວນກວດກາ, ຕິດຕາມກວດກາ, ຮັບປະກັນຄວາມສາມາດຊຳລະໜີ້ສາທາລະນະຂອງແຕ່ລະໂຄງການຢ່າງລະອຽດ, ເຮັດແຈ້ງໜ້າທີ່ຄວາມຮັບຜິດຊອບຂອງທຸກຂັ້ນໃນການນຳໃຊ້ທຶນ, ຮັບປະກັນອິດທິພົນຊື່ສຽງຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ