ເພີ່ມທະວີການຊຸກຍູ້ດ້ານການຄ້າການລົງທຶນຫວຽດນາມ-ອາເມລິກາ

(VOVWORLD) -ຍາມໃດອາເມລິກາກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ດ້ວຍວົງເງິນການຄ້າ 2 ສົ້ນເພີ່ມຂຶ້ນກວ່າ 130 ເທົ່າ ນັບແຕ່ປີ 1994 ມາຮອດປະຈຸບັນ.

ເພີ່ມທະວີການຊຸກຍູ້ດ້ານການຄ້າການລົງທຶນຫວຽດນາມ-ອາເມລິກາ - ảnh 1 ກອງປະຊຸມສຸດຍອດທຸລະກິດຫວຽດນາມ - ອາເມລິກາ 2019

(ພາບ: VGP)

       “ກອງປະຊຸມສຸດຍອດທຸລະກິດຫວຽດນາມ - ອາເມລິກາ 2019: ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການຄ້າ ແລະ ການລົງທຶນ” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ສົມທົບກັບສະຫະສະມາຄົມການຄ້າອາເມລິກາ ປະຈຳຮ່າໂນ້ຍ (AmCham) ຈັດຕັ້ງ ໃນຕອນເຊົ້າວັນທີ 10 ພຶດສະພາ, ຢູ່ຮ່າໂນ້ຍ. ເຫດການໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ ແລະ ການນຳ 2 ຂະແໜງຂອງ 2 ປະເທດກວ່າ 250 ທ່ານ, ເພື່ອແນໃສ່ປຶກສາຫາລືກ່ຽວກັບອະນາຄົດຂອງການພົວພັນລົງທຶນ ແລະ ການຄ້າລະຫວ່າງຫວຽດນາມ ແລະ ອາເມລິກາ, ຜ່ານນັ້ນ, ປະກອບສ່ວນພັດທະນາການພົວພັນເສດຖະກິດ 2 ຝ່າຍກວ່າອີກ ໂດຍອີງໃສ່ພື້ນຖານບັນດາກຳລັງໜູນໃນປະຈຸບັນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໃຫ້ຮູ້ວ່າ: ຍາມໃດອາເມລິກາກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ດ້ວຍວົງເງິນການຄ້າ 2 ສົ້ນເພີ່ມຂຶ້ນກວ່າ 130 ເທົ່າ ນັບແຕ່ປີ 1994 ມາຮອດປະຈຸບັນ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ເນັ້ນໜັກວ່າ.

        “ນະໂຍບາຍທະລຸລ່ວງຂອງຫວຽດນາມ ແມ່ນຖືອາເມລິກາ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຮ່ວມມືກັບອາເມລິກາ, ໃນນັ້ນ, ເສົາຄ້ຳສຳຄັນແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ - ການລົງທຶນ, ສືບຕໍ່ຈະກາຍເປັນພື້ນຖານ ແລະ ກຳລັງໜູນໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ. ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດເວົ້າລວມ, ພິເສດແມ່ນວິສາຫະກິດອາເມລິກາ ທີ່ມາລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ບັນລຸຜົນສຳເລັດຢູ່ຫວຽດນາມ”.

        ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel J. Kritenbrink, ໃຫ້ຮູ້ວ່າ.

        “ດ້ວຍຖານະແມ່ນຄູ່ຮ່ວມມືຂອງຫວຽດນາມ, ພວກຂ້າພະເຈົ້າຫວັງວ່າ ຫວຽດນາມ ຈະຮັກສາສະພາບແວດລ້ອມດ້ານພາສີອາກອນ ກໍຄືການລົງທຶນຢ່າງມີສະຖຽນລະພາບ, ບໍ່ພຽງແຕ່ສຳລັບບັນດາວິສາຫະກິດອາເມລິກາ ເທົ່ານັ້ນ, ຫາກຍັງນັບທັງວິສາຫະກິດປະເທດອື່ນໆອີກດ້ວຍ. ພວກຂ້າພະເຈົ້າມີຄວາມພາກພູມໃຈເມື່ອໄດ້ຮ່ວມເດີນທາງພ້ອມກັບຫວຽດນາມ ໃນການປະຕິບັດພື້ນຖານເສດຖະກິດດີຈີຕອນ ກໍຄືບັນດາເປົ້າໝາຍຂອງພື້ນຖານເສດຖະກິດນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ