ພາບປະກອບ
|
(vovworld) - ຕອນເຊົ້າວັນທີ 14/3, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ ສົມທົບກັບບໍລິສັດ Microsoft ຫວຽດນມຈຳກັດ ໄດ້ປຸກລະດົມການເສັງ “ຄູສອນມີຫົວຄິດປະດິດສ້າງບົນພື້ນຖານເຕັກໂນໂລຢີຂໍ້ມູນຂ່າວສານປີ 2015“. ເພື່ອແນໃສ່ສົ່ງເສີມບັນດາຄູອາຈານນຳໃຊ້ ເຕັກໂນໂລຢີຂໍ້ມູນຂ່າວສານ ເຂົ້າໃນວຽກງານສິດສອນ ແລະ ຮຳ່ຮຽນຢ່າງມີປະສິດທິຜົນ, ດ້ວຍຈຸດໝາຍຍົກສູງຄຸນນະພາບການສອນ ແລະ ການຮຽນ. ການເສັງນອນໃນຂອບເຂດບັນດາລາຍການຮ່ວມມືເຊິ່ງMicrosoft ຫວຽດນາມ ແລະ ກະຊວງສຶກສາ ແລະ ບຳລຸງສ້າງຜັນຂະຫຍາຍໃນຫຼາຍປີຜ່ານມາ. ນີ້ແມ່ນປີທີ 2, ທີ່ການເສັງໄດ້ຮັບການຜັນຂະຫຍາຍໃນທົ່ວປະເທດ. ທ່ານນາງ ເຈິ່ນອຽນດິ້ງ, ຜູ້ອຳນວຍການກຸ່ມສຶກສາ, ບໍລິສັດ Microsoft ຫວຽດນາມ ຈຳກັດ, ໃຫ້ຮູ້ວ່າ:
“ຜ່ານການເສັ່ງນີ້, ພວກຂ້າພະເຈົ້າຢາກເຜີຍແຜ່ວິທີເຮັດໃໝ່, ວິໄສທັດໃໝ່ກ່ຽວກັບການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການສຶກສາເຖິງບັນດາຄູອາຈານ, ເມື່ອບັນດາຄູອາຈານນຳໄຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການເຄື່ອນໄຫວຫຼຍຢ່າງທີ່ມີລັກສະນະກະທົບສູງກວ່າ, ເສີມຂະຫຍາຍຫົວຄິດປະດິດສ້າງໃນການສ້າງຫຼັກສູດໃຫ້ມີຊີວິດຊີວາ, ປຸກລຸກນັກຮຽນໃຫ້ມີຫົວຄິດປະດິດສ້າງ ແລະ ປະສົບການໃໝ່ໃນການຮຳ່ຮຽນ ແລະ ເປັນເຈົ້າການໃນການຮຳ່ຮຽນຂອງຕົນ“