ເພີ່ມທະວີການພັດທະນາສະ​ມັດ​ຕະພາບອີງຕາມພື້ນຖານການປ່ຽນແປ່ງໃໝ່ປະດິດຄິດສ້າງ

(VOVWORLD) - ຕອນບ່າຍວັນທີ 22 ຕຸລາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ກົມໃຫຍ່ມາດຕະຖານວັດແທກຄຸນນະພາບ (ກະຊວງວິທະຍາສາດເຕັກໂນໂລຢີ ຫວຽດນາມ) ໄດ້ສົມທົບກັບ ອົງການສະມັດຕະພາບ ອາຊີ (APO) ຈັດກອງປະຊຸມສາກົນກ່ຽວກັບການພັດທະນາສະມັດຕະພາບອີງຕາມການປ່ຽນແປ່ງໃໝ່ປະດິດຄິດສ້າງ.
ເພີ່ມທະວີການພັດທະນາສະ​ມັດ​ຕະພາບອີງຕາມພື້ນຖານການປ່ຽນແປ່ງໃໝ່ປະດິດຄິດສ້າງ - ảnh 1 ກອງປະຊຸມສາກົນກ່ຽວກັບການພັດທະນາສະມັດຕະພາບອີງຕາມການປ່ຽນແປ່ງໃໝ່ປະດິດຄິດສ້າງ (ພາບ:  truyenthongkhoahoc.vn)

ຕາມບົດລາຍງານດັດຊະນີປະດິດຄິດສ້າງທົ່ວໂລກ (GII) ຂອງອົງການຊັບສິນທາງປັນຍາໂລກ (WIPO) ແລ້ວ, ໃນປີ 2020, ຫວຽດນາມ ຢູ່ອັນດັບທີ 42 ໃນຈຳນວນ 131 ປະເທດ. ຢືນອັນດັບທີ 3 ໃນພາກພື້ນ ອາຊຽນ ຖັດຈາກ ສິງກະໂປ ແລະ ມາເລເຊຍ, ໄດ້ປັບປຸງເພີ່ມຂຶ້ນ 17ຂັ້ນ ເມືຶ່ອທຽບໃສ່ອັນດັບ ປີ 2016, ບືນຕົວຂຶ້ນຢູ່ອັນດັບທີ 1 ກ່ຽວກັບດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງໃນກຸ່ມ 29 ປະເທດທີມີລາຍຮັບປານກາງຕ່ຳ. ການກຳນົດບັນດາມາດຕະການເໝາະສົມ ເປັນວຽກເຮັດງານທຳທີ່ມີຄວາມຈຳເປັນທີ່ສຸດແນໃສ່ເພີ່ມທະວີສະມັດຕະພາບກ່ວາອີກໂດຍອີງໃສ່ພື້ນຖານການປ່ຽນແປງໃໝ່ປະດິດຄິດສ້າງ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເລຊວັນດີງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໃຫ້ຮູ້ວ່າ: ຢູ່ ຫວຽດນາມ, ລັດຖະບານ ມີຫຼາຍນະໂຍບາຍເພື່ອຊຸກຍູ້ການເຄື່ອນໄຫວລົງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ, ພື້ນຖານໂຄງລ່າງໃຫ້ແກ່ວິທະຍາສາດ ແລະ ເຕັກໂນໂລຢີ ກໍ່ໄດ້ຮັບການປັບປຸງ, ດັ່ງນັ້ນ, ຄວາມສາມາດໃຫ້ແກ່ວິທະຍາສາດ ແລະ ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງຈຶ່ງໄດ້ຮັບການຍົກສູງຂຶ້ນ.

ກໍ່ທີ່ກອງປະຊຸມ, ບັນດານັກປາຖະກະຖາ ກໍ່ໄດ້ແນະນຳກ່ຽວກັບບັນດາຮູບແບບປ່ຽນແປງໃໝ່ປະດິດຄິດສ້າງ ແລະ ແປ່ງປັນບົດຮຽນຜ່ານການຄົ້ນຄ້ວາທີ່ພົ້ນເດັ່ນຈຳນວນ 1  ກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ