(vovworld) - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ຊູດັງ Kamal Al-Din Ismail Saeed ໄດ້ນຳໜ້າຄະນະຜູ້ແທນກະຊວງການຕ່າງປະເທດຊູດັງ ມາຢ້ຽມຢາມຫວຽດນາມ ແຕ່ວັນທີ 16 – 18/02. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ ທ່ານ Kamal Al-Din Ismail Saeed ໄດ້ເຂົ້າຢ້ຽມຂໍ່ານັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ, ດຳເນີນການເຈລະຈາທາບທາມຄວາມເຫັນດ້ານການເມືອງກັບທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນເຟືອງງາ ແລະ ມີການພົບປະ, ເຮັດວຽກກັບການນຳບັນດາກະຊວງອຸດສາຫະກຳການຄ້າຫວຽດນາມ; ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ. ໃນວັນທີ 18/02, ທີ່ການຕ້ອນຮັບທ່ານ Kamal Al-Din Ismail Saeed, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຄວນມານະພະຍາຍາມຊຸກຍູ້ການພົວພັນລະຫວ່າງ 2 ປະເທດຢ່າງແຮງ ໃຫ້ແທດເໝາະກັບຄວາມສາມາດບົມຊ້ອນ ແລະ ຄວາມມຸ່ງຫວັງຂອງທັງ 2 ຝ່າຍ ຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຕັ້ງໜ້າກະກຽມໃຫ້ກອງປະຊຸມຄະນະກຳມະການປະສົມຄັ້ງທີ່ 1 ລະຫວ່າງ 2 ປະເທດ, ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນ 04/2014 ຢູ່ Khartoum.